• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປເກົາຫລີປະກາດvideoເຫດຍິງລູກສອນໄຟ

       ວັນ​ທີ 13/2, ວິ​ທະ​ຍຸ​ກະ​ຈາຍ​ສຽງ ໂທ​ລະ​ພາບ ສູນ​ກາງ ສ​ປ​ປ ເກົາ​ຫລີ ໄດ້​ແຜ່​​ພາບvideo​ກ່ຽວ​ກັບ​ເຫດ​ຍິງ​ລູກ​ສອນ​ໄຟ​ຫນ້າ​ດິນ​ຕ້ານ​ດິນ Pukguksong – 2 ຊື່ງ​ພຽງ​ຢາງ​ປະ​ຕ​ິ​ບັດ​ກ່ອນນັ້ນມື້​ຫນຶ່ງ​. ບັນ​ດາ​ຮູບ​ພາບ​ດັ່ງ​ກ່າວ​ໃຫ້​ເຫັນ​ວ່າ: ລູກ​ສອນ​ໄຟ​ຖືກ​​ຍິງຈາກ​ຫນຶ່ງ​ໃນ​ບັນ​ດາ​​ຖານ​ຍິງ​ລູກ​ສອນ​ໄຟ​ທີ່​ຫາ​ກໍ​ໄດ​້​ຮັບ​ກາ​ນ​ພັດ​ທະ​ນາ​ກ່ອນ​ທີ່​ຍິງ​ຂຶ້ນ. ຕ​າມ​ສະ​ພາ​ເສ​ນາ​ທິ​ການ​ທະ​ຫານ​ປະ​ສົມ ສ​ເກົາ​ຫລີ ແລ້ວ, ລູກ​ສອນ​ໄຟ​ນຳ​ວິ​ຖີ​ດັ່ງ​ກ່າວ​ຖືກ​ຍິງ​ຈາກ​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ Banghyon ຂຶ້ນ​ກັບ​ທິດ​ເຫນຶອ​ແຂວງ Pyongan, ທາງ​ທິດ​ຕາ​ເວັນ​ຕົກ ສ​ປ​ປ ເກົາ​ຫລີ ແລະ ບິນ​ສູ່​ ທິດ​ຕາ​ເວັນ​ອອກໄດ້​​ໄລ​ຍະ​ທາງປະ​ມານ 500 ກີໂລ​ແມັດ  ກ່ອນ​ທີ່​ຕົກ​ໃສ່​ທະ​ເລ​ຍີ່​ປຸ່ນ. ໃນ​ຂະ​ນະ​ນັ້ນ ສ​ປ​ປ ເກົາ​ຫລີ ຖະ​ແຫລງວ່າ ລູກ​ສອນ​ໄຟ​ປະ​ເພດ​ດັ່ງ​ກ່າວ​ນຳ​ໃຊ້​ເຊື້ອ​ເພິງ​ແຂງ, ອະ​ນຸ​ຍາດ​ໃຫ້​ພຽງ​ຢາງ​ຍິງ​ລູກ​ສອນ​ໄຟ​ໂດຍ​ບັງ​ເອີນ ຊື່ງ ເຊີອູນ ແລະ ວໍ​ຊິງ​ຕັນ ຍາກ​ທີ່​ຈະ​​ພົບ​ເຫັນ​ກ່ອນໄດ້​ ​.
ໃນ​ວັນ​ດຽວ​ກັນ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຮຽງ​ໂຮມ​ການ​ປະ​ຊຸມ​ດ່ວນ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກໍ​ລະ​ນີ​ຍິງ​ລູກ​ສອນ​ໄຟ​ວິ​ຖີຄັ້ງ​ຫລ້າ​ສຸດ​ຂອງ ສ​ປ​ປ ເກົາ​ຫລີ. ສິ້ນ​ສຸດ​ການ​ປະ​ຊຸມ​ລັບ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ມີ​ສິດ​ອຳ​ນາດ​ສູງ​ສຸດ​ຂອງ ສ​ປ​ຊ ໄດ້​ເຫັນ​ດີ​ກ່າວ​ປະ​ນາມ​ກໍ​ລະ​ນີ​ຍິງ​ລູກ​ສອນ​ໄຟ​ຂອງ​ພຽງ​ຢາງ ພ້ອມ​ທັງ ກ່າວ​ເຕືອນ​ຈະ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ແຮງ ສຳ​ລັບ​ພຽງ​ຢາງ. 
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top