• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມຄັ້ງທີ 11 ຂອງກຳມາທິການຍຸຕິທຳຂອງສະພາແຫ່ງຊາດ

      ໂດຍໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 4 – 5 ກັນຍາ, ທີ່ວາລະປະຊຸມຄັ້ງທີ 11 ນີ້, ກຳມາທິການຍຸຕິທຳໄດ້ກວດກາບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ

ທ່ານນາງຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ເລທິງາ ເປັນປະທານກອງປະຊຸມ
(ພາບ: TTXVN່)
      ວັນທີ 4 ກັນຍາ, ຢູ່ສຳນັກງານສະພາແຫ່ງຊາດ, ກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 11, ກວດກາບັນດາບົດລາຍງານຂອງອົງການຍຸຕິທຳ, ກະກຽມເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນຄັ້ງທີ 6 ສະພາແຫ່ງຊາດຊຸດທີ 12. ໂດຍໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 4 – 5 ກັນຍາ, ທີ່ວາລະປະຊຸມຄັ້ງທີ 11 ນີ້, ກຳມາທິການຍຸຕິທຳໄດ້ກວດກາບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍປີ 2018; ບົດລາຍງານຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ປະທານສານປະຊາຊົນສູງສຸດກ່ຽວກັບວຽກງານຂອງຂະແໜງປີ 2018; ບົດລາຍງານກ່ຽວກັບວຽກງານແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງຂະແໜງກວດກາ ແລະ ຂະແໜງສານປີ 2018; ບົດລາຍງານຂອງລັດຖະບານກ່ຽວກັບວຽກງານດຳເນີນຄະດີ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2018.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top