• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັດຖຸ ທີ່ສປປ.ເກົາຫຼີ ຫາກໍ່ຍິງແມ່ນລູກສອນໄຟນຳວິຖີໄລຍະສັ້ນ

      ວັນທີ 10 ສິງຫາ, ສ.ເກົາຫຼີ ໃຫ້ຮູ້ວ່າ ວັດຖຸເຊິ່ງ ສປປ.ເກົາຫຼີຍິງກ່ອນໜ້ານັ້ນໃນວັນດຽວກັນອາດຈະແມ່ນລູກສອນໄຟນຳວິຖີໄລຍະສັ້ນ.

ເຫດທົດລອງລຸກສອນໄຟຂອງ ສປປ.ເກົາຫຼີ (ພາບ: Yonhap/TTXVN) 
              ໃນຖະແຫຼງການສະບັບໜຶ່ງ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ຖືວ່າ: ເຫດຍິງວັດຖຸ 2 ຢ່າງຄັ້ງຫຼ້າສຸດຂອງ ສປປ.ເກົາຫຼ ີແມ່ນເພື່ອແນໃສ່ທົດລອງກຳລັງຄວາມສາມາດຂອງລູກສອນໄຟໄລຍະສັ້ນປະເພດໃໝ່ເຊິ່ງພຽງຢາງພັດທະນາເອງ, ກໍ່ຄືເພື່ອຄັດຄ້ານການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ - ສ.ເກົາຫຼີ ໃນເດືອນນີ້.
        ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງວັດຖຸ 2 ຢ່າງທີ່ຍັງບໍ່ທັນໄດ້ຮັບຮອງໃສ່ທະເລຍີ່ປຸ່ນ. ສະພາເສນາທິການໃຫຍ່ກຳລັງທະຫານປະສົມ ສ.ເກົາຫຼີ ໄດ້ປະກາດວ່າ ບັນດາວັດຖຸນີ້ໄດ້ຍິງຈາກຈຸດທີ່ຕັ້ງໃກ້ກັບນະຄອນ Hamhung, ທາງທິດຕາເວັນອອກສ່ຽງເໜືອປະເທດ ສປປ.ເກົາຫຼີ.
        ໂດຍອະທິບາຍກ່ຽວກັບບັນດາເຫດການຍິງລູກສອນໄຟທີ່ຜ່ານມາຂອງ ພຽງຢາງ. ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ການນຳ ສປປ.ເກົາຫຼີ Kim jong-un ບໍ່ພໍໃຈຕໍ່ບັນດາບັ້ນຊ້ອມຮົບຮ່ວມລະຫວ່າງ ອາເມລິກາ - ສ.ເກົາຫຼີ, ນີ້ແມ່ນເຫດຜົນທີ່ພຽງຢາງດຳເນີນການຍິງລູກສອນໄຟໃນໄລຍະຜ່ານມາ. ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານອາດຈະມີການພົບປະກັບການນຳ ສປປ.ເກົາຫຼີ, ແຕ່ບໍ່ເປີດເຜີຍວັນເວລາຂອງການພົບປະ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top