• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການພົບປະແລກປ່ຽນ“ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດພາຍຫຼັງສົງຄາມ

      ຕອນຄ່ຳວັນທີ 3 ເມສາ, ທີ່ ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ ເຂົ້າຮ່ວມລາຍການພົບປະແລກປ່ຽນ “ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດພາຍຫຼັງສົງຄາມ”.

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວຄຳເຫັນທີ່ການພົບປະ
      ກ່າວຄຳເຫັນທີ່ການພົບປະ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ ເຖິງວ່າສົງຄາມເກີດຂຶ້ນກ່ອນນີ້ຫຼາຍສິບປີກໍ່ຕາມ, ແຕ່ປັດຈຸບັນ ບັນດາຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ແລະ ລູກລະເບີດ ຍັງບໍ່ທັນແຕກ ຍັງຄົງປະກົດຂຶ້ນ, ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງສຸຂະພາບຂອງມະນຸດ ແລະ ຄວາມປອດໄພຂອງສະພາບແວດລ້ອມແຫ່ງການດຳລົງຊີວິດໃນຫຼາຍເຂດ, ພາກຂອງປະເທດຊາດ. ທາດພິດເຄມີ ຍັງຈຳກັດການພັດທະນາຂອງພື້ນຖານເສດຖະກິດ - ສັງຄົມ ແລະ ເປັນສິ່ງທ້າທາຍສຳລັບການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງ ຫວຽດນາມ. ສຳລັບໜ້າທີ່ຄວນປະຕິບັດໃນໄລຍະຈະມາເຖິງ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳວ່າ:
        ທີ 1, ຄວນກຳນົດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ທາດພິດເຄມີ ແມ່ນໜ້າທີ່ອັນຮີບດ່ວນ, ສະແດງໃຫ້ເຫັນລັກສະນະມະນຸດສະທຳມະນຸດສາດຢ່າງເລິກເຊິ່ງ ປະກອບສ່ວນເຂົ້າໃນວຽກງານປະຕິບັດເປົ້າໝາຍໃນການປົກປ້ອງຊີວິດອິນຊີ, ສຸຂະພາບ, ຄວາມປອດໄພຂອງປະຊາຊົນເປັນຢ່າງດີ; ເຮັດໃຫ້ສະພາບແວດລ້ອມໂປ່ງໃສ, ສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນທີ່ຖືກຜົນສະທ້ອນຈາກລູກລະເບີດບໍ່ທັນແຕກ ແລະ ທາດພິດເຄມີ ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ທີ 2, ສືບຕໍ່ກວດກາຄືນ, ສ້າງລະບອບລະບຽບການ, ນະໂຍບາຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ທາດພິດເຄມີໃຫ້ສົມບູນແບບ, ເປັນຕົ້ນແມ່ນໜູນຊ່ວຍວຽກງານສາທາລະນະສຸກ, ສ້າງວຽກເຮັດງານທຳໃຫ້ຜູ້ຖືກເຄາະຮ້າຍ ແລະ ຜູ້ມີສ່ວນກ່ຽວຂ້ອງ. ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກ, ທາດພິດເຄມີໃຫ້ນັບມື້ນັບດີຂຶ້ນຢ່າງບໍ່ຢຸດຢັ້ງ”.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top