• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຊະອານາຈັກອັງກິດ ຢາກເຂົ້າຮ່ວມ CPTPP ແລະ ກາຍເປັນຄູ່ເຈລະຈາຂອງ ອາຊຽນ

ວັນທີ 9 ມິຖຸນາ, ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມ Nikkei Asia Review ຂອງຍີ່ປຸ່ນ, ທ່ານນາງ Elizabeth Truss ລັດຖະມົນຕີກະຊວງການຄ້າ ອັງກິດ ໄດ້ຂຶ້ນສຽງຢັ້ງຢືນວ່າ ປະເທດນີ້ຢາກເຂົ້າຮ່ວມສັນຍາການຄ້າເສລີຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ທ່ານນາງ Elizabeth Truss ລັດຖະມົນຕີກະຊວງການຄ້າ ອັງກິດ (ພາບ: TTXVN)
      ທ່ານນາງ Truss ໃຫ້ຮູ້ວ່າ ລາຊະອານາຈັກອັງກິດຢາກເຂົ້າຮ່ວມ CPTPP “ຍິ່ງໄວຍິ່ງດີ”, ພ້ອມທັງສະແດງຄວາມຊົມເຊີຍຕໍ່ເລື່ອງຍີ່ປຸ່ນສະໜັບສະໜູນອັງກິດເຂົ້າຮ່ວມສັນຍາການຄ້າສະບັບນີ້. ເລື່ອງເຂົ້າຮ່ວມ CPTPP ແມ່ນເປົ້າໝາຍຍຸດທະສາດສຳຄັນຂອງ ລາຊະອານະຈັກ ອັງກິດເມື່ອເຮັດວຽກກັບບັນດາຄູ່ຮ່ວມມືທີ່ມຸ່ງໄປເຖິງປາຊີຟິກ, ບໍ່ພຽງແຕ່ຍີ່ປຸ່ນເທົ່ານັ້ນ ຫາກຍັງແມ່ນ ການາດາ, ເມັກຊີໂກ, ອົດສະຕາລີ ແລະ ນິວຊີແລນອີກດ້ວຍ.
        ຕາມທ່ານນາງ Truss, ປັດຈຸບັນ, CPTPP ກວມເອົາ13% ພື້ນຖານເສດຖະກິດທົ່ວໂລກ, ກວມເອົາສ່ວນຫຼາຍພາກພື້ນອາຊີ - ປາຊີຟິກ ແລະ ບັນດາປະເທດເຊິ່ງ ລາຊະອານາຈັກອັງກິດທີ່ມີຄວາມສົນໃຈໃນການເຄື່ອນໄຫວທາງການຄ້າ. ຄຽງຄູ່ກັນນັ້ນ, ລາຊະອານາຈັກອັງກິດຢາກກາຍເປັນຄູ່ເຈລະຈາຂອງ ອາຊຽນ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ - ສະຫະພັນລັດເຊຍ ເຊື່ອມຕໍ່ຍຸດທະສາດໃໝ່ຜ່ານການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ - ສະຫະພັນລັດເຊຍ ເຊື່ອມຕໍ່ຍຸດທະສາດໃໝ່ຜ່ານການຮ່ວມມືໃນຫຼາຍຂົງເຂດ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສະ​ຫະ​ພັນ​ລັດ​ເຊຍ​, ຕອນ​ບ່າຍ​ວັນ​ທີ 8 ກັນ​ຍາ (ຕາມ​ເວລາ​ທ້ອງ​ຖິ່ນ​), ຢູ່​ນະ​ຄອນ​ຫຼວງ ມົດ​ສະ​ກູ​, ທ່ານ ໂຕ​ເລີມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ ທ່ານ​ Mikhail Mishustin ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ.

Top