
ພາບປະກອບ: AFP/TTXVN
ອົງການຕິດຕາມກວດກາສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ: ເຫດການບຸກໂຈມຕີທາງອາກາດປະມານ 25 ຄັ້ງໄດ້ເກີດຂຶ້ນຢູ່ບັນດາເທດສະບານໂດຍກຳລັງລຸກຮື້ຂຶ້ນຄວບຄຸມຢູ່ແຂວງ Daraa. ນີ້ແມ່ນເຂດ ເຊິ່ງກອງທັບລັດຖະບານ ຊີຮີ ຍິງປືນໃຫຍ່ຢ່າງລຽນຕິດໃນ 2 – 3 ວັນມານີ້.
ເມື່ອເດືອນ ກໍລະກົດ 2017, ລັດເຊຍ, ອາເມລິກາ ແລະ ຈໍແດນ ໄດ້ເຫັນດີເປັນເອກະພາບນຳກັນກ່ຽວກັບເຂດຫລຸດຜ່ອນຄວາມເຄັ່ງຕຶງປີນຂັ້ນໄດຢູ່ບັນດາເຂດ ໂດຍກຳລັງລຸກຮື້ຂຶ້ນຄວມຄຸມຢູ່ທາງພາກໃຕ້ ຊີຣີ. ນັບແຕ່ນັ້ນມາ, ບັນດາເຮືອບິນສູ້ຮົບຂອງ ລັດເຊຍ ທີ່ເຄື່ອນໄຫວຢູ່ ຊີຣີ ແຕ່ປີ 2015 ບໍ່ມີການກະທຳຖິ້ມລະເບີດໃສ່ເຂດນີ້ເທື່ອ.
(ແຫຼ່ງຄັດຈາກ VOV)