
ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຄຸ໋ງແຊວຢຸງ (ພາບ: TTXVN)
ທ່ານພົນເອກ ໂງຊວນລິກ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ຄຸ໋ງແຊວຢຸງ ແລະ ຢັ້ງຢືນວ່າໃນອາຍຸການປະຕິບັດງານຢູ່ ຫວຽດນາມ ທ່ານເອກອັກຄະລັດຖະທູດເປັນຂົວຕໍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ພັກ, ລັດ, ລັດຖະບານ ແລະ ປະຊາຊົນ 2 ປະເທດນັບມື້ນັບພັດທະນາອັນດີງາມ, ໃນນັ້ນ ການພົວພັນດ້ານປ້ອງກັນຊາດມີບາດກ້າວພັດທະນາໃໝ່. ການພົວພັນກ່ຽວກັບດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ໄດ້ກາຍເປັນເສົາຄ້ຳໃນການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ຢ່າງແທ້ຈິງ. ທ່ານພົນເອກ ໂງຊວນລິກ ເຊື່ອໝັ້ນວ່າ ໃນຕຳແໜ່ງປະຕິບັດງານໃໝ່ ທ່ານເອກອັກຄະລັດຖະທູດ ຄຸ໋ງແຊວຢຸງ ຈະສືບຕໍ່ມີບັນດາການປະກອບສ່ວນສຳຄັນ ຊຸກຍູ້ການພົວພັນ 2 ປະເທດເວົ້າລວມ ແລະ ການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະໃຫ້ນັບມື້ນັບພັດທະນາດີງາມກ່ວາ.
(ແຫຼ່ງຄັດຈາກ VOV)