• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງຕຳຫລວດຕ້ອນຮັບລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ

ທີ່ການຕ້ອນຮັບລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໃນຕອນບ່າຍວັນທີ 02 ມັງກອນ ຢູ່ ຮ່າໂນ້ຍ, ທ່ານພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ຢືນຢັນວ່າ: 

ທີ່ການຕ້ອນຮັບ (ພາບ: TTXVN)

ກະຊວງຕຳຫລວດ ຫວຽດນາມ ຈະມານະພະຍາຍາມຜັນຂະຫຍາຍ “ບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານແຫ່ງ ສສ. ຫວຽດນາມ ແລະ ລັດຖະບານລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ກ່ຽວກັບການປ້ອງກັນຕ້ານການຄ້າມະນຸດ” ຢ່າງມີປະສິດທິຜົນ, ເຊິ່ງໄດ້ຮັບການລົງນາມໃນເດືອນ ພຶດສະພາ 2018. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ໂຕເລິມ ກໍ່ສະເໜີກະຊວງການຕ່າງປະເທດ ອັງກິດ ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາອົງການປະຕິບັດກົດໝາຍຂອງ ອັງກິດ ຮ່ວມມືກັບກະຊວງຕຳຫລວດ ແລະ ກະຊວງການຕ່າງປະເທດ ຫວຽດນາມ ປະຕິບັດບັນດາເນື້ອໃນເຊິ່ງ 2 ຝ່າຍໄດ້ເຫັນດີເປັນເອກະພາບຢ່າງມີປະສິດທິຜົນ; ລັດຖະບານ ອັງກິດ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການເພີ່ມທະວີກຳລັງຄວາມສາມາດ, ແລກປ່ຽນຂໍ້ມູນຂ່າວສານ ແລະ ພາຫະນະເຕັກນິກໃຫ້ແກ່ວຽກງານປ້ອງກັນ, ຕ້ານອາດຊະຍາກຳກ່ວາອີກ, ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ ຫວຽດນາມ ໄດ້ຮັບວິຊາ, ເຂົ້າເມືອງ, ອາໄສ, ອອກແຮງງານຖືກຕາມກົດໝາຍຢູ່ລາຊະອານາຈັກ ອັງກິດ ເພື່ອສະກັດກັ້ນການອົບພະຍົບຜິດກົດໝາຍ….

        ສ່ວນທ່ານລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Mark Field ປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງກະຊວງຕຳຫລວດ ຫວຽດນາມ ແລະ ບັນດາອົງການປະຕິບັດກົດໝາຍຂອງລາຊະອານາຈັກ ອັງກິດ ຈະນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ບັນລຸໄດ້ໝາກຜົນແທດຈິງຫລາຍຢ່າງໃນບັນດາຂົງເຂດຮ່ວມມື, ປະກອບສ່ວນຮັກສາຄວາມໝັ້ນຄົງຂອງປະເທດຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top