• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຫວຽດນາມໄດ້ມານະພະຍາຍາມໃນວຽກງານປົກປ້ອງພົນລະເມືອງ

      ນັບແຕ່ເມື່ອເກີດເຫດການ, ລັດຖະບານ, ກະຊວງການຕ່າງປະເທດ, ບັນດາອົງການທີ່ກ່ຽວຂ້ອງ ແລະ ສະຫະພັນທະນາຍຄວາມຫວຽດນາມ ໄດ້ປະຕິບັດທຸກວິທີເພື່ອປົກປ້ອງພົນລະເມືອງ

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳມາເລເຊຍ ເລກຸຍກີ່ນ
(ພາບ: AFP/TTXVN)
      ລັດຖະບານຫວຽດນາມ ໄດ້ມານະພະຍາຍາມໃນວຽກງານປົກປ້ອງພົນລະເມືອງຫວຽດນາມ, ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳມາເລເຊຍ ເລກຸຍກີ່ນ ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳມາເລເຊຍ ພາຍຫຼັງສານສູງສຸດ Shah Alam ຢູ່ລັດ Selangor ຂອງມາເລເຊຍ ປະກາດຄຳຕັດສິນຈຳຄຸກ 3 ປີ 4 ເດືອນ ສຳລັບນາງ ດ່ວານທິເຮືອງ. ທ່ານເອກອັກຄະລັດຖະທູດ ເລກຸຍກີ່ນ ເນັ້ນໜັກວ່າ, ກໍ່ຄືກັນກັບຜູ້ຖືກສົງໄສຊາວອິນໂດເນເຊຍ Siti Aisyah, ທີ່ໄດ້ປ່ອຍຕົວໃນວັນທີ 11 ມີນາ ຜ່ານມາ, ນາງ ດ່ວານທິເຮືອງ ແມ່ນຜູ້ປະສົບເຄາະຮ້າຍໃນເຫດການນີ້ຢ່າງແທດຈິງ.
        ວັນທີ 01 ເມສາ, ເມື່ອຕອບສຳພາດຂອງນັກຂ່າວໂດຍຢາກຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ຄຳຕັດສິນຂອງສານມາເລເຊຍ ສຳລັບພົນລະເມືອງຫວຽດນາມ. ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ, ນັບແຕ່ເມື່ອເກີດເຫດການ, ລັດຖະບານ, ກະຊວງການຕ່າງປະເທດ, ບັນດາອົງການທີ່ກ່ຽວຂ້ອງ ແລະ ສະຫະພັນທະນາຍຄວາມຫວຽດນາມ ໄດ້ປະຕິບັດທຸກວິທີເພື່ອປົກປ້ອງພົນລະເມືອງ, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ດ່ວານທິເຮືອງ ແລະ ຮັບປະກັນວ່າ ພົນລະເມືອງ ດ່ວານທິເຮືອງ ໄດ້ຮັບການພິພາກສາຢ່າງຍຸຕິທຳ, ພາວະວິໄສ ແລະ ຈະໄດ້ປ່ອຍຕົວໂດຍໄວ.
        ກະຊວງການຕ່າງປະເທດຫວຽດນາມ ພວມສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ສະຫະພັນທະນາຍຄວາມຫວຽດນາມ, ການຊີ້ນຳຂອງສະຖານທູດຫວຽດນາມ ປະຈຳມາເລເຊຍ ດຳເນີນບັນດາມາດຕະການທີ່ຈຳເປັນ ເພື່ອນຳພົນລະເມືອງ ດ່ວານທິເຮືອງ ກັບເມືອປະເທດຢ່າງປອດໄພ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top