• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມື້​ເຮັດ​ວຽກ​ທີ 2 ຂອງ​ກອງ​ປະ​ຊຸມ​ຄັ້ງ​ທີ 11 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ຊຸດ​ທີ XII

ວັນທີ 8 ຕຸລາ, ກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XII ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 2. 
ຕອນເຊົ້າວັນທີ 8 ຕຸລາ, ຄະນະບໍລິຫານງານສູນກາງພັກພ້ອມກັບບັນດາຜູ້ແທນໄດ້ເຂົ້າຮ່ວມການເຮັດວຽກທີ່ກອງປະຊຸມ, ປຶກສາຫາລືກ່ຽວກັບຮ່າງບົດລາຍງານດ້ານການເມືອງ ແລະ ຮ່າງບົດລາຍງານ 10 ປີ ແຫ່ງວັນປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນກ້າວສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາ ປີ 2011).

ທ່ານເຈິ່ນກວັກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກ (ພາບ: news.zing.vn)

ຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງພັກພ້ອມກັບບັນດາຜູ້ແທນເຮັກວຽກທີ່ ຕາມໜ່ວຍ, ປຶກສາຫາລືກ່ຽວກັບຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ10 ປີ 2011 – 2020, ສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030 ແລະ ບົດລາຍງານສະພາບການເສດຖະກິດ - ສັງຄົມ ໄລຍະ 5 ປີ 2016 -2020, ແຜນການພັດທະນາ ເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລ​ະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຫວຽດ​ນາມ ແລ​ະ ອົດ​ສະ​ຕາ​ລີ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນ​ເຊົ້າ​ວັນ​ທີ 11 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Sam Mostyn, ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ.

Top