• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີນັກທ່ອງທ່ຽວກວ່າ26.000ເທື່ອຄົນຢ້ຽມຢາມອ່າວຫ້າລອງໃນໂອກາດປີໃໝ່ສາກົນ

(ພາບປະ​ກອບ​: baoquangninh.com.vn)
           ຕາມ​ຂໍ້​ມູນ​ຂ່າວ​ຈາກ​ອົງ​ການ​ຄຸ້ມ​ຄອງທາງ​ແມ່​ນ້ຳ​ພາຍ​ໃນ​ປະ​ເທດ​ແຂວງກວາງ​ນິງ ແລ້ວ, ​ໃນ​ລະ​ຫວ່າງວັນ​ທີ 31/12/2016 – 01/01/2017, ມີ​ກ່ຳ​ປັ່ນກວ່າ 1.100 ລຳໄດ້​​ຂົນ​ສົ່ງນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ອ່​າວ​ຫ້າ​ລອງ, ​ຕົ້ນ​ຕໍ່​ແມ່ນ​ນັກ​ທ່ອງ​ທ່ຽວ​ສາ​ກົນ, ເພີ່ມ​ຂຶ້ນ 50% ເມື່ອ​ທຽບ​ໃສ່​ໂອ​ກາດ​ປີ​ໃໝ່​ສາ​ກົນ 2016. ເພື່ອ​ເພີ່ມ​ທະ​ວີ​ວຽກ​ງານ​ຮັບ​ປະ​ກັນ​ໃຫ້​ນ​ັກ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ອ່າວ​ຫ້າ​ລອງ, ກ່ອນນັ້ນ, ອົງ​ການ​ຄຸ້ມ​ຄອງທາງ​ແມ່​ນ້ຳ​ພາຍ​ໃນ​ປະ​ເທດ​ແຂວງກວາງ​ນິງ ໄດ້​ກວດ​ກາ​ບັນ​ດາ​ກ່ຳ​ປັ່ນ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ອ່າວ ແລະ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ​ທາງ​ແມ່​ນ້ຳ; ຍົກ​ສູງ​ຈິດ​ໃຈ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຮັບ​ໃຊ້​ນັກ​ທ່ອ​ງ​ທ່ຽວ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top