• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົນທະຫານ ອາເມລິກາ ຄົນສຸດທ້າຍ ໄດ້ເດີນທາງອອກຈາກ ອາບການິດສະຖານ

      ວັນທີ 30 ສິງຫາ, ອາເມລິກາ ໄດ້ປະຕິບັດສຳເລັດແຜນການຖອນທະຫານ ອອກຈາກ ອາບການິດສະຖານ, ແມ່ນໄວກ່ວາ 1 ວັນເມື່ອທຽບໃສ່ການຄາດຄະເນ, ຢຸດຕິຢ່າງເປັນທາງການສົງຄາມທີ່ແກ່ຍາວທີ່ສຸດ ຂອງ ອາເມລິກາຢູ່ຕ່າງປະເທດ . 
ເຮືອບິນ ຂອງ ກອງທັບອາກາດອາເມລິກາ (ພາບ: AP)
      ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານນາຍ ພົນ    Kenneth McKenzie ຫົວຫນ້າກອງບັນຊາການພາກພື້ນຕາເວັນອອກກາງຂອງອາເມລິກາ, ໃຫ້ຮູ້ວ່າ:
      ຂ້າພະເຈົ້າຂໍແຈ້ງໃຫ້ຊາບກ່ຽວກັບການປະຕິບັດສຳເລັດເລື່ອງຖອນທະຫານອອກຈາກອາບການິດສະຖານ ແລະ ຢຸດຕິພາລະກຳການທະຫານຍົກຍ້າຍ ພົນລະເມືອງ ອາເມລິກາ, ພົນລະເມືອງຂອງປະເທດທີ 3 ແລະ ຊາວອາບການິດສະຖານ. ເຮືອບິນ C17 ລຳໜຶ່ງ ໄດ້ເດີນທາງອອກຈາກສະໜາມບິນສາກົນ Hamid Karzie ໃນເວລາ 3ໂມງ 29 ນາທີ່ ວັນທີ 30 ສິງຫາ ຕາມເວລາຝັ່ງຕາເວັນອອກ ປະເທດ ອາເມລິກາ. ເຮືອບິນທີ່ມີຄົນຂັບສຸດທ້າຍຂອງ ອາເມລິກາ ໃນປັດຈຸບັນ ພວມຢູ່ໃນນ່ານຟ້າ ຂອງ ອາບການິດສະຖານ.
      ຖ້ຽວບິນສຸດທ້າຍ ຂອງບັນດາພົນທະຫານ ອາເມລິກາ ໄດ້ເດີນທາງອອກຈາກ ອາບການິດສະຖານ ໃນວັນທີ 30 ສິງຫາ, ພາຍຫຼັງພຽງ 2 – 3 ອາທິດດຳເນີນ ການສະເຫຼີມສະຫຼອງ 20 ປີແຫ່ງວັນທ່ານອະດີດປະທານາທິບໍດີ George W. Bush ເລີ່ມຕົ້ນສົງຄາມຢູ່ ອາບການິດສະຖານ, ເພື່ອແນໃສ່ໂຄ່ນລົ້ມ ກຳລັງ ຕາລີບານ ເຊິ່ງໄດ້ຮັບຖືວ່າ ໄດ້ໜູນຊ່ວຍບັນດາເປົ້າໝາຍ ການກໍ່ການຮ້າຍ al Qaeda, ໂດຍເປັນອົງການທີ່ຖືກກ່າວຫາວ່າ ຂຶ້ນແຜນການ ແລະ ປະຕິບັດບັນດາເຫດບຸກໂຈມຕີ ຢູ່ ອາເມລິກາ.
(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top