• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພຸດທະສາສະໜາຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດ

      ເນື່ອງໃນໂອກາດກະກຽມຕ້ອນຮັບບຸນເຕັດປີຈໍ 2018, ຕອນເຊົ້າວັນທີ 09 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພຸດທະສາສະໜາຫວຽດນາມ ໂດຍພະມະຫາອາຈານ ທິ໋ກແທງຍ້ຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານພຸດທະສາສະໜາຫວຽດນາມ ນຳໜ້າ.

ທ່ານນາງ ເຈືອງທິມາຍ ຕ້ອນຮັບພະມະຫາອາຈານ ທິ໋ກແທງຍ້ຽວ
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ: ດ້ວຍການກຳນົດທິດຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດ, ປະກອບສ່ວນສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສະມາຄົມພຸດທະສາສະໜາຫວຽດນາມ ລ້ວນແຕ່ໄດ້ມີການປະກອບສ່ວນຫຼາຍຢ່າງ, ເຂົ້າຮ່ວມວຽກງານສັງຄົມ. ເນື່ອງໃນໂອກາດບຸນປີໃໝ່, ທ່ານນາງ ເຈືອງທິມາຍ ໄດ້ອວຍພອນໃຫ້ພະມະຫາອາຈານ ທິ໋ກແທງເຍິວ ແລະ ບັນດາພະມະຫາອາຈານໃນສະພາບໍລິຫານງານ, ສະພາສົງຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງສູງເພື່ອຊີ້ນຳນຳພາ, ກຳນົດທິດ, ນຳສະມາຄົມໃຫ້ນັບມື້ນັບພັດທະນາ, ຍາມໃດກໍ່ແມ່ນອົງການຈັດຕັ້ງສາສະໜາ ຮ່ວມເດີນທາງພ້ອມກັບປະເທດຊາດ.
        ສ່ວນພະມະຫາອາຈານ ທິ໋ກແທງຢ້ຽວ ຢືນຢັນວ່າ, ສະມາຄົມພຸດທະສາສະໜາຫວຽດນາມ ຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບບັນດາສາສະໜາອື່ນໆ ກໍ່ຄືພໍ່ແມ່ປະຊາຊົນໃນທົ່ວປະເທດ, ສ້າງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ; ປະກອບສ່ວນສ້າງສາປະເທດແຫ່ງວັດທະນາຖາວອນ, ເພື່ອເປົ້າໝາຍສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top