• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເປີດກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 (SOM2)

      ກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ເວທີປາໄສການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (SOM 2 APEC) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ  17/5. ຢູ່ນະຄອນຫຼວງຮ່າໂນ້ຍ. ມີຜູ້ແທນປະມານກວ່າ 200 ຄົນ ເຂົ້າຮ່ວມຊຶ່ງຕ່າງໜ້າໃຫ້ 21 ພື້ນຖານເສດຖະກິສະມາຊິກ. 
( ພິທີເປີດກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 (SOM2)
      ນີ້ແມ່ນກອງປະຊຸມສຳຄັນເທື່ອທີ 2 ຂອງ APEC ໃນປີ 2017 ທີ່ຫວຽດນາມເປັນເຈົ້າພາບຈັດຕັ້ງ, ພາຍຫຼັງກອງປະຊຸມ SOM 1 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງຖືກໄຂຂຶ້ນຢູ່ຍາຈາງເມື່ອເດືອນ 2 ທີ່ຜ່ານມາ.
ກ່າວຄຳເຫັນໃນພິທີເປີດກອງປະຊຸມ, ທ່ານ ບຸຍແທງເຊີນ ຮອງລັດຖະມົນຕີຜູ້ປະຈຳ ການກະຊວງການຕ່າງປະເທດ ຫວຽດນາມ, ປະທານ SOM APEC ປະຈຳປີ 2017 ຊີ້ແຈງວ່າ:
      ໃນໄລຍະ 9 ວັນຜ່ານມາ, ໄດ້ມີກວ່າ 40 ກອງປະຊຸມ, ແລະ ກອງປະຊຸມສຳມະນາ ຖືກຈັດຕັ້ງລະຫວ່າງ ບັນດາຄະນະກຳມະການ ແລະ ກຸ່ມປະຕິບັດງານແຕກຕ່າງກັນ. ບັນດາກອງປະຊຸມ ເຈົ້າໜ້າທີ່ອາວຸໂສ SOM 2 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ພິເສດແມ່ນກອງປະຊຸມຂອງພວກເຮົາໃນມື້ນີ້ ແລະ ມື້ອື່ນນແມ່ນສຳຄັນທີ່ສຸດເພື່ອຜັນຂະຫຍາຍ ບັນດາຂໍ້ລິເລີ່ມຫັນບັນດາບຸລິມະສິດຂອງປີ APEC 2017 ເປັນລະອຽດ, ພ້ອມກັນນັ້ນກຳນົດທິດວຽກງານກະກຽມເນື້ອໃນ ແລະ ບັນດາເອກະສານທີ່ຈະຍືນສະເໜີຕໍ່ການນຳບັນດາພື້ນຖານເສດຖະກິດ ແລະ ບັນດາລັດຖະມົນຕີ APEC ຮັບຮອງເອົາທີ່ສັບປະດາຂັ້ນສູງ APEC ໃນທ້າຍປີນີ້.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top