• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີອັດ “ປີທ່ອງທ່ຽວແຫ່ງຊາດ 2016 - ຟຸ໋ກ໋ວກ - ເຂດທົ່ງພຽງແມ່ນຳ້ຂອງ”


(ພິທີອັດ “ປີທ່ອງທ່ຽວແຫ່ງຊາດ 2016 - ຟຸ໋ກ໋ວກ - ເຂດທົ່ງພຽງແມ່ນຳ້ຂອງ”)
      ພິທີ​ອັດ​ປີ​ທ່ອງ​ທ່ຽວ​​ແຫ່ງ​ຊາດ 2016 ​ຖືກ​ດຳ​ເນີນ​ໃນ​ຕອນ​ຄໍ່າ​ວັ​ນທີ 25/12, ຢູ່​ເມືອງ​ເກາະ​ຟຸ໋໋ກ໋ວກ, ​ແຂວງ ກຽນ​ຢາງ, ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກຽນ​ຢາງ ສົມທົບ​ກັນ​ຈັດ​ຕັ້ງ. “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 - ຟຸ໋ກ໋ວກ - ​ເຂດ​ທົ່ງພຽງ​ແມ່ນຳ້​ຂອງ”, ດ້ວຍ​ຫົວ​ຂໍ້ “ຄົ້ນ​ຫາ​ເຂດ​ດິນ​ແດນ​ທາງ​ພາກ​ໃຕ້” ດ້ວຍ​ບັນດາ​​ເຫດການ​ມີ​ລັກສະນະ​ລະດັບ​ຊາດ ​ແລະ ສາກົນ ​ເຊິ່ງຖືກ​ດຳ​ເນີນ​ຢູ່​ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງ​ພຽງ​ແມ່​ນຳ້ຂອງທາງ​ພາກ​ໃຕ້​ຫວຽດນາມ ​ແລະ ບາງ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ພິ​ເສດ​ແມ່ນ​ແຂວງ​ກຽນ​ຢາງ. ຜ່າ​ນບັນດາ​ເຫດການ​ວັດທະນະທຳ ​​​​ໄດ້​ໂຄສະນາ​ເຖິງ​ນັກ​ທ່ອງທ່ຽວ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ບັນດາ​ຄຸ​ນຄ່າ​ວັດທະນະທຳ​ບໍ່​ມີຮູບຮ່າງ ແລະ ມີ​ຮູບ​ຮ່າງ, ຊາວ​ຫວຽດນາມ, ​ເຂດ​ປູຊະນີ​ຍະສະ​ຖານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ແຂວງ, ນະຄອນ​ເຂດ​ທົ່ງ​ພຽງ​ແມ່​ນຳ້ຂອງ ​ເວົ້າ​ລວມ ​ແລະ ຟຸ໋ກ໋ວກ - ກຽນ​ຢາງ ​ເວົ້າ​ສະ​ເພາະ. ກ່າວ​ຄຳ​​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ: ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ປີ 2016 ​ໄດ້​ສິ້​ນສຸດ​ລົງ ດ້ວຍ​ບາດກ້າວ​ພັດທະນາ​ທີ່​ປະ​ທັບ​ໃຈ. ລະດັບລາຍຮັບ​ເພີ່ມ​ຂຶ້ນ 18,6%, ນັກ​ທ່ອງ​ທ່ຽວ​ສາກົນ​ເພີ່ມ​ຂຶ້ນ​ກວ່າ 26%. ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ ​​ໄດ້​ສຳ​ພັດ​ກັບ​ການທ່ອງທ່ຽວ​ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວັງວ່າ, ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ 2017, ດ້ວຍຫົວ​ຂໍ້​ວ່າ “ສີສັນ​ເຂດ​ໄຕ​ບັ໋ກ” ​ໂດຍ​ແຂວງ​ລາວ​ກາຍ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ, ຈະ​ນຳ​ມາ​ເຊິ່ງບັນດາ​ກຳລັງ​ໜູນຫຼາຍແຫ່ງ, ພະລັງ​ຊີວິດ​ໃໝ່​ດ້ວຍ​ສີສັນ​ຫຼາກ​ຫຼາຍ ​ຈະ​​​ເຮັດ​​ໃຫ້ການທ່ອ​ງທ່ຽວ​ຂອງ​ຫວຽດນາມ ພັດທະນາ​ຢ່າງ​ແຮງ ​ແລະ ຮອບດ້ານ​ຄື “ຄົ້ນ​ຫາ​ເຂດ​ດິນ​ແດນ​ທາງ​ພາກ​ໃຕ້”.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top