• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີປະກາດຜົນການເຄື່ອນໄຫວຂອງ ອາຊຽນ ປີ 2020 ຢ່າງເປັນທາງການ

      ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 12 ພະຈິກ ໄດ້ດຳເນີນພິທີປະກາດບົດລາຍງານການຕີລາຄາກາງສະໄໝ ການຈັດຕັ້ງປະຕິບັດບັນດາແຜນການສັງລວມວິໄສທັດ ປະຊາຄົມ ອາຊຽນ 2025, ແຜນການຟື້ນຟູສັງລວມ ອາຊຽນ ແລະ ສ້າງຕັ້ງ ສາງສະສົມອຸປະກອນການແພດສຸກເສີນ ອາຊຽນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: baoquocte.vn) 
      ບົດລາຍງານການຕີລາຄາກາງສະໄໝ ການຈັດຕັ້ງປະຕິບັດບັນດາແຜນການສັງລວມວິໄສທັດ ປະຊາຄົມ ອາຊຽນ 2025 ຢູ່ທັງ 3 ເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ ສະຫງົບ, ເສດຖະກິດ, ວັດທະນະທຳ - ສັງຄົມ; ແຜນການສັງລວມ ການເຊື່ອມຕໍ່ ອາຊຽນ 2025. ບົດລາຍງານດັ່ງກ່າວ ແມ່ນໝາກຜົນສຳຄັນ, ອັນໄດ້ປະກອບສ່ວນເຂົ້າໃນການກຳນົດທິດໃຫ້ແກ່ບັນດາເສົາຄ້ຳ ໃນການປະຕິບັດບັນດາເປົ້າໝາຍສ້າງປະຊາຄົມ ຮອດປີ 2025 ໃຫ້ປະສົບຜົນສຳເລັດ.
            ແຜນການຟື້ນຟູສັງລວມ ອາຊຽນ ແລະ ແຜນການຜັນຂະຫຍາຍ  ໄດ້ຮັບການຮັບຮອງເອົາ ໃນນັ້ນ ມີບັນດາຄວາມມານະພະຍາຍາມຟື້ນຟູເສດຖະກິດຂອງ ອາຊຽນ ເຊິ່ງສຸມໃສ່ 3 ໄລຍະຕົ້ນຕໍ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ:
        ດ້ວຍການປະກາດຜົນງານສ່ວນໜຶ່ງ ເຊິ່ງ ອາຊຽນ ບັນລຸໄດ້, ມື້ນີ້, ຂ້າພະເຈົ້າຂໍຢັ້ງຢືນວ່າ ຄວາມສາມັກຄີແມ່ນພື້ນຖານແກ່ການຮ່ວມມື, ແມ່ນຂໍກຸນແຈມຸ່ງໄປເຖິງຜົນສຳເລັດຂອງ ອາຊຽນ. ປີ 2020 ໃກ້ຈະໝົດແລ້ວ, ຜົນງານທີ່ພວກເຮົາບັນລຸໄດ້ໃນໄລຍະຜ່ານມາ ແມ່ນຫຼາກຫຼາຍ, ອຸດົມສົມບູນນັບທັງລວງເລິກ, ລະດັບ ແລະ ກຳລັງເຫື່ອແຮງຂອງບັນດາປະເທດສະມາຊິກ ອາຊຽນ ເຊິ່ງໄດ້ຊ່ວຍໃຫ້ພວກເຮົາຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ຂ້າພະເຈົ້າຂໍຕາງໜ້າໃຫ້ການນຳບັນດາປະເທດ ອາຊຽນ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງປະຊາຄົມໃນບັນດາໝາກຜົນສຳຄັນໃນວັນນີ້”.
(ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top