• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະ​ລາ​ທິ​ການກອງ​ທັບ ຄວ​ນ​ສື​ບ​ຕໍ່​ປ່ຽນ​ແປງ​ໃໝ່, ສ້າງ​ຂະ​ແໜງ​ການ​ໃຫ້​ເປັນ​ກຳ​ລັງຫຼວງ, ທັນ​ສະ​ໄໝ

ຕອນເຊົ້າວັນທີ 11 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂະແໜງພະລາທິການກອງທັບ (11 ກໍລະກົດ 1950 – 11 ກໍລະກົດ 2020) ແລະ ຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນໜຶ່ງໃຫ້ແກ່ກົມກອງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ ມອບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນໜຶ່ງໃຫ້ແກ່ກົມກອງ (ພາບ:  VGP)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ຜົນງານເຊິ່ງຂະແໜງພະລາທິການກອງທັບບັນລຸໄດ້ໃນໄລຍະຜ່ານມາ ເພື່ອປະກອບສ່ວນພ້ອມກັບທົ່ວປວງຊົນ, ທົ່ວກອງທັບຍາດໄດ້ໄຊຊະນະທີ່ຍິ່ງໃຫຍ່ໃນພາລະກິດຕໍ່ສູ້, ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ປະຕິບັດພັນທະສາກົນອັນສູງສົ່ງ.

        ກ້າວເຂົ້າສູ່ໄລຍະສ້າງສາ, ປົກປັກຮັກສາປະເທດຊາດ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສືບຕໍ່ປ່ຽນແປງໃໝ່, ເພື່ອຮັບປະກັນຂະແໜງພະລາທິການກອງທັບໃນສະພາບການໃໝ່, ສ້າງຂະແໜງການໃຫ້ເປັນກຳລັງຫຼວງ ແລະ ທັນສະໄໝ, ປັບປຸງລະບົບພະລາທິການທົ່ວກອງທັບຢູ່ 3 ຂັ້ນໃຫ້ສົມບູນແບບຄື: ຍຸດທະສາດ, ບັ້ນຮົບ ແລະ ຍຸດທະວິທີ; ສ້າງທ່າສະໜາມພະລາທິການປະຊາຊົນຢ່າງມີປະສິດທິຜົນ ແລະ ໝັ້ນຄົງເຂັ້ມແຂງ, ຂະແໜງພະລາທິການກອງທັບຄວນສືບຕໍ່ສ້າງມາດຕະການປົກປ້ອງພະລາທິການ ແລະ ວິທີຈັດຕັ້ງພະລາທິການຢ່າງຕໍ່ເນື່ອງ, ທັນການເພື່ອຮັບປະກັນໃຫ້ທະຫານກຽມພ້ອມສູ້ຮົບໃນເງື່ອນໄຂທີ່ຄູ່ຕໍ່ສູ້ ນຳໃຊ້ອາວຸດເຕັກໂນໂລຢີສູງ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ.

(ແຫຼ່ງຄັດຈາກ VOV)
 

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top