• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນໄປຢ້ຽມຢາມນະຄອນເຫວ໋

ທ່ານປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ພົບ​ປະ​ເຈ​ລະ​ຈາ​ກັບພະ​ເຈົ້າ​ຈັກກະ​ພັດ ຍີ່ປຸ່ນ
Akihito ແລະ ພະມະ​ເຫ​ສີ ຍີ່​ປຸ່ນ. (ພາບ​ປະ​ກອບ)
           ຕອນ​ບ່າຍ​ວັນ​ທີ 3/3, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ ພັນ​ລະ​ຍາ ​ໄດ້​ມາ​ຍັງປະ​ທັບ​ຂອງ ພະ​ເຈົ້າ​ຈັກກະ​ພັດ ຍີ່ປຸ່ນ Akihito ແລະ ພະມະ​ເຫ​ສີ ​ເພື່ອ​ອຳ​ລາ ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ສືບ​ຕໍ່​ສະ​ເດັດ​ໄປ​ຢ້ຽມຢາ​ມນະຄອນ ​ເຫວ໋. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈິ່ງ​ດ້າຍ​ກວາງ ​ໄດ້​ແບ່ງປັນ​ວ່າ, ການ​ນຳ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ສະຫງວນ​ອາລົມ​ຈິດ, ຄວາມ​ເອົາ​ໃຈ​ໃສ່ ​ແລະ ຍາມ​ໃດ​ກໍ່​ຕິດຕາມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ຂອງ ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ, ພ້ອມ​ທັງ​ຫວັງ​ວ່າ ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ ຈະ​ມີ​ອານ​ຸສອນ​ທີ່​ດີ​ໃນ​ໄລຍະ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ທ່ານ​ກໍ່​ໄດ້​ແນະນຳ​​ໃຫ້ ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ ​ໄດ້​ຮັບ​ຊາບ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ນະຄອນ ​ເຫວ໋, ​ກຸງ​ເກົ່າ ​ຂອງ ຫວຽດນາມ ​ໃນ​ສະ​ໄໝ​ລາຊະວົງ ຫງວຽນ, ​ເຊິ່ງ UNESCO ​ໄດ້​ຮັບຮອງ​ວ່າ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ​ເມື່ອ​ປີ 1993​. ທ່ານ​ປະທານ​ປະ​ເທດ ​ແລະ ພັນ​ລະ​ຍາ ຫວັງ​ວ່າ, ​ໃນ​​ໄລຍະຢູ່​ຢ້ຽມຢາມ ​ເຫວ໋, ພະ​ເຈົ້າ​ຈັກກະ​ພັດ ແລະ ພະມະ​ເຫ​ສີ ຍີ່ປຸ່ນ​ຈະ​ຮັບ​ຮູ້​ໄດ້ຄວາມ​ງາມ​ແບບ​ດັ້ງ​ດີ​ມ ​ແລະ ຄວາມ​ສັນຕິ​ສຸກ​ຢູ່​ທີ່​ນີ້.
      ສ່ວນ ພະ​ເຈົ້າ​ຈັກກະ​ພັດ ຍີ່ປຸ່ນ Akihito ກໍ່​ແບ່ງປັນ​ວ່າ, ການ​ຢ້ຽມຢາມ​ທາງ​ລັດຖະກິດ ຫວຽດນາມ ຄັ້ງ​ທຳ​ອິດ​ນີ້ ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ, ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ກໍ່​ຄື​ຄວາມ​ສະ​ໜິດຕິດ​ພັນ, ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ກວ່າ​ອີກ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top