• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຢ້ຽມຢາມ ກຳປູເຈຍ

ທ່ານປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຮຸ​ນແຊນຕ້ອນ​ຮັບທ່ານ​ຮ່​ວາງ​ບິງກວນ
ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ  ຫງວຽນ​ຟູ້​ຈ້​ອງ
          ໃນ​ວັນ​ທີ 23 ແລະ 24/2, ຢູ່​ພະ​ນົມ​ເປັນ, ທ່ານ​ຮ່​ວາງ​ບິງກວນ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ, ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ  ຫງວຽນ​ຟູ້​ຈ້​ອງ ໄດ້​ໄປ​ຢ້ຽມ​ຢາມ ແລະ ແຈ້ງ​ໝາກ​ຜົນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງພັກ​ກອ​ມມູ​ນິດ​ຫວຽດ​ນາມ​ໃຫ້​ບັນ​ດາ​ການ​ນຳ​ກຳ​ປູ​ເຈຍ​ຮັບ​ຊາບ. ທີ່​ບັນ​ດາ​ການ​ພົບ​ປະ​ກັບ​ກັບ​ທ່ານປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຮຸ​ນແຊນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ເຮັງ​ຊອມ​ຣິງນັ້ນ, ທ່ານ​ຮ່​ວາງ​ບິງກວນ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ, ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ  ຫງວຽນ​ຟູ້​ຈ້​ອງ ໄກ້​ຢື​ນ​ຢັນ​ວ່າ ຫວຽດ​ນາມ​ສືບ​ຕໍ່​ປະ​ຕິ​ບັດ​​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍແນວ​ທາງ​ການ​ຕ່າງ​ປະ​ເທດ​ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ແລະ ຕັ້ງ​ໜ້າ​ເຊື່ອມໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ຢື​ນ​ຢັນ​ວ່າ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ກຳ​ປູ​ເຈຍ ເພີ່ມ​ພຸນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຫວຽດ​ນາມ- ກຳ​ປູ​ເຈຍ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ ແລະ ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.
    ສ່ວນ​ທ່ານປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຮຸ​ນແຊນ ແລະ ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ເຮັງ​ຊອມ​ຣິງ ໄດ້​ຊົມ​ເຊີຍ​ຜົນ​ສຳ​ເ​ລັດ​ອັນ​ຈົບ​ງາມ​ຂອງ ກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງພັກ​ກອ​ມມູ​ນິດ​ຫວຽດ​ນາມ​ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ໂດຍ​ພາຍ​ໃຕ້​ການ​ນຳ​ພາ​ຂອງ ພັກ​ກອ​ມູ​ນິດ​ຫວຽດ​ນາມ, ປະ​ຊາ​ຊົນ​ຫວຽດ​ນາມ​ຈະ​ປະ​ຕິ​ບັດ​ມະ​ຕິ ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງພັກ​ກອ​ມມູ​ນິດ​ຫວຽດ​ນາມ​​ຢ່າງ​ມີ​ໄຊ, ສ້າງ​ສາ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ.
(​ແຫຼ່ງຄັດ​ຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top