• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ​ຸກ​ລະ​ດົມ​ບັ້ນ​ຂົນ​ຂວ​າຍ “ໃສ່ໝ​ວກ​ກັນ​​ກະ​ທົບໃຫ້​ແກ່​ເດັກ​ນ້ອຍ”

ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມປາດຖະໜາວ່າ ນັກຮຽນໃນທົ່ວປະເທດຈະຕັ້ງໜ້າຮ່ຳຮຽນ, ຊອກຄົ້ນ, ປະຕິບັດເພື່ອກຳແໜ້ນ ແລະ ປະຕິບັດກົດໝາຍວ່າດ້ວຍການຈະລາຈອນຢ່າງຖືກຕ້ອງ.

ທ່ານຮອງນາຍົກລັດຖະມົນຕີ ເຈຶອງຮ່ວາບິ່ງມອບໝວກກັນກະທົບທີ່ພິທີ (ພາບ: VGP)

ຕອນເຊົ້າວັນທີ 8 ກັນຍາ, ຢູ່ອະນຸສາວະລີ ລິ໊ທ໊າຍໂຕ (ເມືອງຮ່ວານກ໊ຽມ, ຮ່າໂນ້ຍ), ຄະນະກຳມະການຮັກສາຄວາມປອດໄພການຈະລາຈອນແຫ່ງຊາດໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ແລະ ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງການຍ່າງເພື່ອຂົນຂວາຍທົ່ວປວງຊົນໃສ່ໝວກກັນກະທົບໃຫ້ແກ່ເດັກນ້ອຍໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ, ປະທານຄະນະກຳມະການຮັກສາຄວາມປອດໄພການຈະລາຈອນແຫ່ງຊາດ, ທ່ານ Umeda Kunio ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ພ້ອມກັບນັກຮຽນຫ້ອງ ປ.1 ປະມານ 3000 ຄົນໃນບໍລິເວນນະຄອນຮ່າໂນ້ຍ.

        ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມປາດຖະໜາວ່າ ນັກຮຽນໃນທົ່ວປະເທດຈະຕັ້ງໜ້າຮ່ຳຮຽນ, ຊອກຄົ້ນ, ປະຕິບັດເພື່ອກຳແໜ້ນ ແລະ ປະຕິບັດກົດໝາຍວ່າດ້ວຍການຈະລາຈອນຢ່າງຖືກຕ້ອງ, ພ້ອມທັງປຸກລະດົມບັ້ນຂົນຂວາຍ “ໃສ່ໝວກກັນກະທົບໃຫ້ແກ່ເດັກນ້ອຍ” ຢ່າງເປັນທາງການ ແລະ ຮຽກຮ້ອງໃຫ້ພໍ່ແມ່ພີ່ນ້ອງປະຊາຊົນ ພ້ອມກັນໃຫ້ຄຳໝັ້ນສັນຍາປະຕິບັດບັ້ນຂົນຂວາຍນີ້. ບັ້ນຂົນຂວາຍດັ່ງກ່າວເພື່ອແນໃສ່ຊຸກຍູ້, ຍົກສູງອັດຕາໃສ່ໝວກກັນກະທົບໃຫ້ແກ່ເດັກນ້ອຍເມື່ອເຂົ້າຮ່ວມການຈະລາຈອນດ້ວຍລົດຈັກ ແລະ ລົດຖີບໄຟຟ້າຢູ່ ນະຄອນຫຼວງຮ່າໂນ້ຍ ແລະ ໃນທົ່ວປະເທດ.

 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top