• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ -ນິວເຊີແລນຄັ້ງທີ 12

ການຮ່ວມມື ລະຫວ່າງຫວຽດນາມ ແລະນິວເຊີແລນ ພວມພັດທະນາຢ່າງແຮງ, ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈກໍ່ຄື ບົດບາດສຳຄັນຂອງກະຊວງການຕ່າງປະເທດສອງປະເທດ ໃນການພັດທະນານີ້. 
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢູງ ທີ່ກອງປະຊຸມປຶກສາຫາລື (ພາບ:baoquocte.vn)

ວັນທີ 13 ພຶດສະພາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢູ໋ງ ແລະ ຜູ້ຮັກສາການຮອງລັດຖະມົນຕີ ການຕ່າງປະເທດ ແລະການຄ້າ ນິວເຊີແລນ Mark Sinclair ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ລະຫວ່າງສອງປະເທດ ຕາມຮູບການອອນລາຍ.

ທີ່ກອງປະຊຸມ ສອງຝ່າຍລ້ວນແຕ່ຕີລາຄາວ່າ ການຮ່ວມມື ລະຫວ່າງຫວຽດນາມ ແລະນິວເຊີແລນ ພວມພັດທະນາຢ່າງແຮງ, ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈກໍ່ຄື ບົດບາດສຳຄັນຂອງກະຊວງການຕ່າງປະເທດສອງປະເທດ ໃນການພັດທະນານີ້. ສອງຝ່າຍແລກປ່ຽນກ່ຽວກັບບັນດາມາດຕະການລະອຽດໃນການຊຸກຍູ້ການພົວພັນສອງຝ່າຍ ເຫັນດີສ້າງ ແລະ ລົງນາມໃນໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປີ 2021, ເພີ່ມທະວີການສະຫນິດຕິດພັນດ້ານການເມືອງ, ການທູດຜ່ານເລື່ອງຊຸກຍູ້ບັນດາການຢ້ຽມຢາມ ພົບປະຂັ້ນສູງ ແລະທຸກຂັ້ນ ໃນທຸກຊ່ອງທາງ ແລະຮັກສາ ເສີມຂະຫຍາຍປະສິດທິຜົນກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວເປັນປະຈຳ.

ສອງຝ່າຍໃຫ້ຄຳໝັ້ນສັນຍາ ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ ແລະ ສະຫນັບສະຫນູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ. ສອງຝ່າຍກໍ່ແລກປ່ຽນບັນດາບັນຫາສາກົນ ແລະພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top