• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຊົນແຕ່​ລະ​ຄົນ​ຕ້​ອງ​ປະ​ຕິ​ບັດ​​ຕາມການ​ແນະ​ນຳ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໃຫ້​ເປັນ​ຢ່າງ​ດີ​ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

ທ່ານຫວູດຶກດາມຮອງນາຍົກລັດຖະມົນຕີເນັ້ນໜັກວ່າທຸກໆຄົນ, ບໍ່ວ່າຜູ້ໃດ ກໍ່ສາມາດຕິດເຊື້ອພະຍາດໄດ້ແລະກາຍເປັນຜູ້ແຜ່ລະບາດໄປສູ່ຜູ້ອື່ນຖ້າຫາກວ່າປະໝາດ, ບໍ່ປະຕິບັດຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດຂອງອຳນາດການປົກຄອງ, ການແນະນຳຂອງຂະແໜງສາທາລະນະສຸກ.

ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຊາຊົນປະຕິບັດຕາມບັນດາການແນະນຳຂອງຂະແໜງສາທາລະນະສຸກຢ່າງເຂັ້ມງວດເພື່ອປ້ອງກັນ, ສະກັດກັ້ນ ໂລກລະບາດ Covid 
 19 (ພາບ: VGP)

ກ່າວຄຳເຫັນສະຫຼຸບກອງປະຊຸມທາງອອນລາຍໂດຍມີການເຊື່ອມຕໍ່ຢູ່ 24 ຫົວໜ່ວຍຂອງຄະນະຊີ້ນຳ ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແຫ່ງຊາດທີ່ໄດ້ດຳເນີນໃນຕອນບ່າຍວັນທີ 25 ມີນາ, ທ່ານຫວູດຶກດາມຮອງນາຍົກລັດຖະມົນຕີຫວຽດນາມໄດ້ເນັ້ນໜັກຢ່າງຈະແຈ້ງວ່າດ້ວຍເນື້ອໃນຈິດໃຈທົ່ວປວງຊົນສາມັກຄີກັນສະກັດກັ້ນໂລກລະບາດຄືດັ່ງຕ້ານສັດຕູ, ຫວຽດນາມບັນລຸໄດ້ໝາກຜົນທີ່ດີໃນໄລຍະທີ I ແລ້ວແລະມາຮອດປັດຈຸບັນຍັງຄົງສືບຕໍ່ຄວບຄຸມ ໂລກລະບາດໄດ້ເປັນຢ່າງດີ

ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າທຸກໆຄົນ, ບໍ່ວ່າຜູ້ໃດ ກໍ່ສາມາດຕິດເຊື້ອພະຍາດໄດ້ແລະກາຍເປັນຜູ້ແຜ່ລະບາດໄປສູ່ຜູ້ອື່ນຖ້າຫາກວ່າປະໝາດ, ບໍ່ປະຕິບັດຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດຂອງອຳນາດການປົກຄອງ, ການແນະນຳຂອງຂະແໜງສາທາລະນະສຸກ. ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ:

ໃນຈຸດເວລານີ້ຕ້ອງຈຳກັດການອອກຈາກເຮືອນພວກເຮົາອອກໄປພຽງແຕ່ມີຄວາມຈຳເປັນເທົ່ານັ້ນ.ຖ້າຫາກວ່າຈຳເປັນຕ້ອງອອກໄປຂ້າງນອກນັ້ນຕ້ອງຮັກສາໄລຍະຫ່າງຢ່າງໜ້ອຍສຸດແມ່ນ 2 ແມັດເມື່ອມີການສຳຜັດກັບທຸກຄົນຍາມໃດກໍ່ໃສ່ຜ້າອັດປາກ - ອັດດັງແລະລ້າງມືດ້ວຍສະບູຫຼືນ້ຳຢາຂ້າເຊື້ອເປັປະຈຳ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top