• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະເທດຫວຽດນາມ ທີ 2 ກັນຍາ ຖືກຈັດຂຶ້ນຢູ່ຫຼາຍປະເທດໃນໂລກ

      ຕອນຄໍ່າວັນທີ 30 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະຖານທູດຫວຽດນາມປະຈໍາລາວ ໄດ້ຈັດຕັ້ງງານລ້ຽງຂຶ້ນຢ່າງສົມກຽດ ເພື່ອສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 74 ປີ (2/9/1945 – 2/9/1945).
     ເມື່ອກ່າວປາໄສຢູ່ງານລ້ຽງ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ ເນັ້ນໜັກວ່າ ລະດູໃບໄມ້ຫຼົ່ນ ຂອງ ຮ່າໂນ້ຍກ່ອນນີ້ 74 ປີ, ຄືວັນທີ 2 ກັນຍາ 1945, ປະທານໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ຫຼັງຈາກນັ້ນ ແມ່ນປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ. ແນວຄິດເປັນເຈົ້າພາທາງ, ລຸລ່ວງຂອງຖະແຫຼງການປະກາດເອກະລາດຂອງຫວຽດນາມ ແມ່ນ ປະເທດຊາດເອກະລາດ, ເສລີພາບ, ຍຸຕິທໍາ ແລະ ຄວາມໄຝ່ຝັນຢາກໃຫ້ປະຊາຊົນມີຄວາມຜາສຸກ. ໃນກວ່າ 7 ທົດສະວັດຜ່ານມາ, ປະຊາຊົນຫວຽດນາມ ຍາດໄດ້ເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ປະສົບຜົນສໍາເລັດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ພ້ອມດ້ວຍບັນດາຜູ້ແທນທີ່ງານລ້ຽງ (ພາບ: VOV)
      ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ກໍຢັ້ງຢືນວ່າ ຫວຽດນາມ ຖືການພົວພັນ ຫວຽດນາມ - ລາວ ເປັນສໍາຄັນ, ຍາມໃດກໍຖືລາວເປັນອ້າຍນ້ອງ, ເປັນເພື່ອນມິດສະໜິດສະໜົມ ແລະ ຊື່ສັດບໍລິສຸດທີ່ສຸດ. ຫວຽດນາມມີຄວາມປິຕິຊົມຊື່ນ ແລະ ມີຄວາມເອກອ້າງທະນົງໃຈທີ່ສຸດ ເມື່ອການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ສອງຝ່າຍໄດ້ຕົກລົງເຫັນດີຍົກລະດັບການພົວພັນຂຶ້ນເປັນ “ການພົວພັນມິດຕະພາບທີ່ຍິ່ງໃຫຍ່”.

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຍີ່ປຸ່ນ ຫວູຮົ່ງນາມກ່າວຄໍາປາໄສທີ່ພິທີໄຂ
      ແລະກໍໃນຕອນຄໍ່າຂອງວັນດຽວກັນ, ສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ ກໍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມຄົບຮອບ 74 ປີ ເຊັ່ນດຽວກັນ. ກ່າວປາໄສທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຍີ່ປຸ່ນ ຫວູຮົ່ງນາມ ໄດ້ທົບທວນຄືນປະຫວັດສາດອັນສະຫງ່າອົງອາດຂອງປະຊາຊົນຫວຽດນາມ ນັບແຕ່ເມື່ອປະເທດຊາດຍາດໄດ້ເອກະລາດ ກ່ອນນີ້ 74 ປີ, ບັນດາຜົນງານພົ້ນເດັ່ນດ້ານເສດຖະກິດ-ສັງຄົມ ທີ່ບັນລຸໄດ້ໃນວິວັດການປ່ຽນແປງໃໝ່ ນໍາຫວຽດນາມ ໃຫ້ນັບມື້ນັບພັດທະນາ ແລະ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງ, ກວ້າງຂວາງ. ທ່ານ ຫວູຮົ່ງນາມ ກໍຫວັງວ່າ ການພົວພັນລະຫວ່າງສອງປະເທດຈະສືບຕໍ່ພັດທະນາ ໃນຍຸກສະໄໝໃໝ່ Reiwa ຂອງ ຍີ່ປຸ່ນ.
        ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 28 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ບຣາຊີນ ກໍຈັດຕັ້ງການຕ້ອນຮັບແຂກ ເນື່ອງໃນໂອກາດນີ້ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top