• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານ PVEP ຮັບດຳລົງຕຳແໜ່ງເລຂານຸການໃຫຍ່ ASCOPE

      ລາຍການເຄື່ອນໄຫວຂອງສະພາອາຍຸການ 2019 – 2024 ຈະເອົາໃຈໃສ່ເພີ່ມທະວີການພົວພັນແລກປ່ຽນ, ແບ່ງປັນບົດຮຽນ ແລະ ຊອກຫາກາລະໂອກາດຮ່ວມມື, ລົງທຶນກັບບັນດາປະເທດສະມາຊິກ

ພິທີມອບຮັບດຳລົງຕຳແໜ່ງເລຂານຸການໃຫຍ່ ASCOPE
(ພາບ: Petrovietnam.vn) 
      ຕອນຄ່ຳວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມຄັ້ງທີ 45 ສະພານ້ຳມັນອາຍແກັດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASCOPE), ໄດ້ດຳເນີນພິທີມອບຮັບດຳລົງຕຳແໜ່ງເລຂານຸການໃຫຍ່ ASCOPE ລະຫວ່າງບໍລິສັດນ້ຳມັນອາຍແກັດແຫ່ງຊາດໄທ (PTT) ແລະ ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ (Petro Vietnam). ທ່ານປະລິນຍາເອກ ເຈິ່ນຮົ່ງນາມ, ປະທານກຸ່ມບໍລິສັດໃຫຍ່ສຳຫຼວດ, ຂຸດຄົ້ນອາຍແກັດ (PVEP) ໄດ້ເປັນກຽດດຳລົງຕຳແໜ່ງເລຂານຸການໃຫຍ່ ASCOPE ອາຍຸການ 2019 – 2024.
        ກ່າວຄຳເຫັນທີ່ເຫດການ, ທ່ານ ເຈິ່ນຮົ່ງນາມ, ເລຂານຸການໃຫຍ່ ASCOPE ໃຫ້ຮູ້ວ່າ, ລາຍການເຄື່ອນໄຫວຂອງສະພາອາຍຸການ 2019 – 2024 ຈະເອົາໃຈໃສ່ເພີ່ມທະວີການພົວພັນແລກປ່ຽນ, ແບ່ງປັນບົດຮຽນ ແລະ ຊອກຫາກາລະໂອກາດຮ່ວມມື, ລົງທຶນກັບບັນດາປະເທດສະມາຊິກໃນພາກພື້ນທີ່ມີລະດັບເຕີບໂຕຄວາມຕ້ອງການພະລັງງານຂຶ້ນເຖິງ 60% ໃນໄລຍະ 15 ປີຜ່ານມາ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top