• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີລັດເຊຍ ສົ່ງສານອວຍພອນປີໃໝ່ເຖິງທ່ານເລຂາທິການໃຫຍ່,ປະທານປະເທດ ຫງວຽນຝຸຈ້ອງ

      ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢືນຢັນວ່າ ການພົວພັນລະຫວ່າງສອງປະເທດພວມຢູ່ໃນລະດັບສູງໃໝ່
ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ໄດ້ສົ່ງສານອວຍພອນປີໃໝ່ເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ສສ ຫວຽດນາມ ຫງວຽນຝຸຈ້ອງ ເນື່ອງໃນໂອກາດປີໃໝ່ 2019. ໃນສານອວຍພອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢືນຢັນວ່າ ການພົວພັນລະຫວ່າງສອງປະເທດພວມຢູ່ໃນລະດັບສູງໃໝ່, ໄດ້ຮັບການຮັບຮູ້ຜ່ານການຢ້ຽມຢາມຫວ່າງແລ້ວນີ້ຂອງການນຳ ຫວຽດນາມ ຢູ່ສະຫະພັນລັດເຊຍ. ທ່ານປະທານາທິບໍດີ Vladimir Putin ກໍ່ສະແດງຄວາມເຊື່ອໝັ້ນວ່າ ການປະຕິບັດບັນດາແຜນການລວມໃນຂົງເຂດຕ່າງໆປະສົບຜົນສຳເລັດ, ກໍ່ຄືແຜນການຈັດຕັ້ງປີພົວພັນແລກປ່ຽນ - ປີ ລັດເຊຍ ຢູ່ ຫວຽດນາມ ແລະ ປີ ຫວຽດນາມ ຢູ່ ລັດເຊຍ - ຈະເສີມຂະຫຍາຍການປັບປຸງຄຸນປະໂຫຍດພົວພັນຄູ່ຮ່ວມມືຍຸດທະສາດໃຫ້ດີກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ການ​ທູດ​ພະ​ລັງ​ງານ

ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ການ​ທູດ​ພະ​ລັງ​ງານ

ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຊີ້​ແຈ້ງວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບ​ປະ​ກັນ​ຄວາມ​ເສ​ລີ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຢູ່​ບັນ​ດາ​ເຂດ​ທະ​ເລ

Top