• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມໂຮນລັງ ຢ່າງເປັນ ທາງການ

ຕອນເຊົ້າວັນທີ 26 ມີນາ ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານ ສະພາຕ່ຳ ລາຊະອານາຈັກ ໂຮນລັງ Khadija Arib, ຄະນະຜູ້ແທນຂັ້ນສູງສ ະພາແຫ່ງຊາດຫວຽດນາມ ເຊິ່ງນຳໂດຍທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຮອດສະໜາມບິນ Amsterdam ແຫ່ງລາຊະອານາຈັກໂຮນລັງ ຢ່າງເປັນທາງການ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄປຮອດສະໜາມບິນ Amsterdam

ນີ້ແມ່ນການຢ້ຽມຢາມໂຮນລັງຢ່າງ ເປັນທາງການຄັ້ງທຳອິດຂອງປະທານສະພາແຫ່ງຊາດ ຫວຽດນາມ. ການ ຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ, ເພື່ອແນໃສ່ສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບໂຮນລັງ ໃຫ້ດີກວ່າອີກ. ການຢ້ຽມຢາມຄັ້ງນີ້ແມ່ນຂີດໝາຍໃໝ່ໃນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາຫວຽດນາມ ແລະ ສະພາຕ່ຳໂຮນລັງ.

                   ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ມີການເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນ ທາງດ້ານການທູດ ລະຫວ່າງຫວຽດນາມ-ໂຮນລັງຄົບຮອບ 45 ປີ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ : 

     “ຫວຽດນາມພວມມານະພະຍາຍາມປະຕິບັດການປະຕິຮູບຢ່າງກ້ວາງເລິກໃນທຸກໆຂົງເຂດ ຊຶ່ງພວມ ແລະ ຈະກາຍເປັນຕ່ອງໂສ້ທີ່ສຳຄັນໃນເຄືອຂ່າຍຮ່ວມສຳພັນທາງດ້ານເສດຖະກິດທີ່ກ້ວາງໃຫຍ່ໃນໂລກດ ເປັນຕົ້ນແມ່ນໃນສະພາວະທີ່ທປະຊາຄົມເສດຖະກິດອາຊຽນໄດ້ຮັບການສ້າງຂຶ້ນເປັນຮູບປະທຳ ແລະ ສັນຍາການຄ້າເສລີລະຫວ່າງຫວຽດນາມ-EU ໃກ້ຈະໄດ້ຮັບການໃຫ້ສັດຕະຍາບັນ ແລະ ມີຜົນສັກສິດ ”

(ແຫຼ່ງຄັດຈາກ VOV)

 

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top