ຂ່າວສານ
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບ ເອີຣົບ ປະຈຳ ຫວຽດນາມ
ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີຄວາມພາກພູມໃຈເມື່ອເຫັນວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ ໃນໄລຍະຜ່ານມາ ໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າທີ່ສຸດ; ພ້ອມທັງ ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານ Bruno Angetlet ໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (ອີຢູ), ລັດຖະສະພາ ເອີຣົບ (EP).
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, ເຖິງວ່າໄດ້ຮັບດຳລົງຕຳແໜ່ງໃດໆກໍ່ຕາມ ທ່ານເອກອັກຄະລັດຖະທູດ Bruno Angetlet ຍັງຄົງແມ່ນເພື່ອນມິດທີ່ສະໜິດສະໜົມ, ສືບຕໍ່ເພີ່ມພູນຄູນສ້າງໃຫ້ການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ອີຢູ, ພິເສດແມ່ນຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ເອີຣົບ.
ສ່ວນທ່ານເອກອັກຄະລັດຖະທູດ Bruno Angetlet ໄດ້ຢືນຢັນວ່າ: ສະຫະພາບ ເອີຣົບ ຍາມໃດກໍ່ມານະພະຍາຍາມຢ່າງສູງສຸດ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບ ອີຢູ ໃຫ້ຫລາຍກ່ວານີ້ອີກ, ກໍ່ຄືໜູນຊ່ວຍ ຫວຽດນາມ ພັດທະນາຢ່າງແຮງກ່ວາໃນພາກພື້ນ.
(ແຫຼ່ງຄັດຈາກ VOV)