• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ 9, ນະຄອນເກີນເທີ

ວັນທີ 19 ມິຖຸນາ, ຢູ່ນະຄອນເກີນເທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ບັນດາສະມາຊິກສະພາແຫ່ງຊາດຫົວໜ່ວຍນະຄອນເກີນເທີ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເຊິ່ງແມ່ນບັນດານາຍພົນ, ນາຍທະຫານ, ນັກຮົບກຳລັງປະກອບອາວຸດ ທະຫານເຂດ 9.


ການພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນເກີນເທີ

(ພາບ: Trong Duc/TTXVN)

ເມື່ອຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບກົດໝາຍວ່າດ້ວຍຫົວໜ່ວຍປົກຄອງພິເສດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ປະຊາຊົນສາມາດປະກອບຄຳເຫັນໃຫ້ແກ່ພັກ, ລັດ ດ້ວຍຫຼາຍຮູບການ, ແຕ່ເລື່ອງມີເຈດຈຳນົງເສກສັນປັ້ນແຕ່ງຄວາມຈິງ ຄືເລື່ອງຂາຍດິນ, ຂາຍຊາດນັ້ນ ແມ່ນຖ້ອຍທຳນອງຂອງສັດຕູ ແລະ ປະຊາຊົນສ່ວນໜຶ່ງທີ່ຖືກສວຍໃຊ້ຄວາມຮັກຊາດຢ່າງແນ່ນອນ.

        “ສະພາແຫ່ງຊາດຍ້ອງຍໍຊົມເຊີຍນ້ຳໃຈຮັກຊາດ, ຄວາມເອົາໃຈໃສ່ອັນຊອບທຳສຳລັບບັນດາບັນຫາສຳຄັນຂອງປະເທດ ຊຶ່ງສະພາແຫ່ງຊາດພວມປຶກສາຫາລື, ແຕ່ບໍ່ຄວນໃຫ້ນ້ຳໃຈຮັກຊາດນັ້ນ ຖືກພວກທີ່ສວຍໃຊ້ປະຊາທິປະໄຕເສກສັນປັ້ນແຕ່ງ, ປູກປັ່ນຍຸແຍ່, ກໍ່ຄວາມຂາດຄວາມເປັນລະບຽບຮຽບຮ້ອຍ, ຊ້ຳບໍ່ໜຳ ແມ່ນມີການກະທຳລະເລີດກົດໝາຍ ອັນໄດ້ເຮັດໃຫ້ນ້ຳໃຈຮັກຊາດຖືກສວຍໃຊ້ກາຍເປັນການມ້າງທຳລາຍປະເທດຊາດ”.

        ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ທ່ານນາງປະທານສະພາແຫ່ງຊາດ ຢັ້ງຢືນວ່າ ຫວຽດນາມ ສ້າງກົດໝາຍວ່າດ້ວຍການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແມ່ນຖືກຕ້ອງ ແລະ ມີຄວາມຈຳເປັນທີ່ສຸດ ເພື່ອປ້ອງກັນ, ຕ້ານ ພ້ອມແລ້ວສະກັດກັ້ນບັນດາຄວາມສ່ຽງນາບຂູ່ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ປົກປັກຮັກສາອະທິປະໄຕ, ສິດ ແລະຜົນປະໂຫຍດທີ່ຖືກຕ້ອງກັບກົດໝາຍຂອງບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ.

 (ແຫຼ່ງຄັດຈາກ VOV)


ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top