• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຖະຫວາຍທູບທຽນ ຢູ່ ພະລາດຊະວັງທັງລອງ

      ຄະນະຜູ້ແທນຊາວຫວຽດນາມ ດີເດັ່ນ ອາໄສຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວ ປ່ອຍປາໄນຄຳ ພ້ອມກັບທ່ານປະທານປະເທດ ແລະ ພັນລະຍາ ຢູ່ເຂດໜອງປາລຸງໂຮ່. 
ທ່ານປະທານປະເທດ, ພັນລະຍາ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ ພະລາດຊະວັງທັງລອງ
      ຕອນເຊົ້າວັນທີ 22 ມັງກອນ (ກົງກັບວັນທີ 20 ເດືອນ 12), ຄະນະຜູ້ແທນຊາວຫວຽດນາມ ດີເດັ່ນ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າສຸສານ ໄວ້ອາໄລ ປະທານໂຮ່ຈີມິນ, ວາງພວງມາລາ ຢູ່ອະນຸສາວາລີນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ເຕົ້າໂຮມກັນຢູ່ ພະລາດຊະວັງທັງລອງ, ຮ່າໂນ້ຍ ເພື່ອພ້ອມກັບທ່ານປະທານປະເທດ ຫງວຽນຊວັນຟຸກ ທຳພິທີຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນ ພາວະນາຂໍໃຫ້ ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ຜາສຸກ. ນີ້ແມ່ນການເຄື່ອນໄຫວນອນໃນເຫດການ ຂອງລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2022. ມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນ ຮູ້ສຶກຕື້ນຕັນໃຈເມື່ອໄດ້ເຂົ້າຮ່ວມເຫດການດັ່ງກ່າວ.
            ພວກຂ້າພະເຈົ້າມີຄວາມຮູ້ສຶກວ່າຊາດພວກເຮົາ ມີວິວັດການພັດທະນາທີ່ອົງອາດກ້າຫານ. ພະລາດຊະວັງທັງລອງ ແມ່ນບ່ອນຮັກສາ ຈຸດຄວາມງາມທີ່ອົງອາດກ້ານຫານນັ້ນໄວ້.
            ການເຄື່ອນໄຫວເຫຼົ່ານີ້ມີຄວາມສຳຄັນເປັນພິເສດທີ່ສຸດສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຍິ່ງສຳຄັນກ່ວານັ້ນແມ່ນສຳລັບ ລຸ້ນໜຸ່ມ ອາໄສຢູ່ຕ່າງປະເທດ,  ຕ້ອງຊອກຮູ້ກ່ຽວກັບຕົ້ນກຳເນີດຂອງຕົນ, ຕ້ອງຮ່ຳຮຽນ ປະຫວັດສາດຂອງຊາດຕົນ ຈາກນັ້ນ ສາມາດໂຄສະນາໃຫ້ແກ່ພໍ່ແມ່ປະຊາຊົນຫວຽດນາມຢູ່ບັນດາປະເທດ ກໍ່ຄື ປະຊາຊົນໃນທົ່ວໂລກຮັບຊາບ.
            ຄະນະຜູ້ແທນຊາວຫວຽດນາມ ດີເດັ່ນ ອາໄສຢູ່ຕ່າງປະເທດ ກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວ ປ່ອຍປາໄນຄຳ ພ້ອມກັບທ່ານປະທານປະເທດ ແລະ ພັນລະຍາ ຢູ່ເຂດໜອງປາລຸງໂຮ່. ໃນທ່າມກາງບັນດາຍາດທີ່ເຕັມໄປດ້ວຍຄວາມອົບອຸ່ນນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢື້ຢາມຖາມຂ່າວ ແລະ ລະດົມກຳລັງໃຈໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈປະກອບສ່ວນໃຫ້ແກ່ປະເທດປະຈຳຖິ່ນ ແລະ ບ້ານເກີດເມືອງນອນຂອງຕົນ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top