• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີນດ້າຍກວາງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ອີນເດຍ

ເວລາ 18 ໂມງ 30 ນາທີຂອງວັນທີ 2 ມີນາ, ຕາມເວລາທ້ອງຖິ່ນ ກົງກັບ 22 ໂມງຂອງວັນດຽວກັນຕາມເວາລາຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ໄປຮອດ ນິວເດລີ ເລີ່ມຕົ້ນຢ້ຽມຢາມທາງລັດຖະກິດຢູ່ອີນເດຍແຕ່ວັນທີ 2 ຫາວັນທີ 4 ມີນາຕາມຄຳເຊີນຂອງປະທານາທິບໍດີອິນເດຍ Ram Nath Kovind. 

ຜູ້ຕາງໜ້າ ບັນດາອົງການສຳນັກງານຂອງອິນເດຍ ແລະ ພະນັກງານສະຖານທູດຫວຽດນາມປະຈຳອິນເດຍ ອອກຕ້ອນຮັບ ປະທານປະເທດ ເຈີນດ້າຍກວາງຢູ່ສະໜາມບິນ

ນວັນດຽວກັນ, ຢູ່ນະຄອນ Bodh Gaya, ລັດ Bihar,  ທີ່ການຕ້ອນຮັບທ່ານ Prem Kumar ລັດຖະມົນຕີກະຊວງກະສີກຳ ລັດ Bihar ເຂົ້າຢ້ຽມຄຳນັບ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ອິນເດຍມີສາຍພົວພັນທາງປະຫວັດສາດ, ວັດທະນະທຳ ແລະ ສາສະໜາ. ນັບແຕ່ພັນປີກ່ອນນີ້, ສາສະໜາພຸດໄດ້ເຂົ້າສູ່ຫວຽດນາມ ແລະ ສືບຕໍ່ຂະຫຍາຍຕົວ ແລະ ເສີມຂະຫຍາຍບັນດາຄຸນຄ່າໃນຊີວິດສັງຄົມຂອງຊາວຫວຽດນາມມາຮອດທຸກວັນນີ້. ນີ້ກໍແມ່ນພື້ນຖານເພື່ອສ້າງພົວພັນທາງດ້ານວັດທະນະທຳ, ການແລກປ່ຽນປະຊາຊົນຢ່າງເລິກເຊິ່ງລະຫວ່າງ 2 ປະເທດ, ແມ່ນພື້ນຖານແຫ່ງນ້ຳໃຈມິດຕະພາບຢ່າງໜັກແໜ້ນລະຫວ່າງຫວຽດນາມ ແລະ ອິນເດຍ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ສະແດງູຄວາມຫວັງຢາກໃຫ້ອຳນາດການປົກຄອງ ແລະ ປະຊາຊົນລັດ Bihar ຈະສືບຕໍ່ຮັກສາບັນດາຄຸນຄ່າວັດທະນະທຳມະນຸດອັນສູງສົ່ງຂອງພຸດທະສາສະໜາ, ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ, ພະສົງສຳມະເນັນ, ພຸດທະສາສະນິກກະຊົນຫວຽດນາມ ໄປນະມັດສະການ, ເຄື່ອນໄຫວທາງສາສະໜາ ແລະ ທ່ອງທ່ຽວ. ທ່ານປະທານປະເທດປາດຖະໜາວ່າ ລັດ Bihar ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມໃນຂົງເຂດທີ່ມີທ່າແຮງ.

    ໃນວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ໄປຢ້ຽມຢາມວັດ ເຟິດກ໋ວກຕຶ ຊຶ່ງແມ່ນວັດທຳອິດຂອງຫວຽດນາມຕັ້ງຢູ່ ລັດ Bihar.

    ໃນຕອນບ່າຍວັນດຽວກັນ,  ພັນລະນາຂອງທ່ານປະທານປະເທດຫວຽດນາມ , ທ່ານນາງ ຫງວຽນທິຮ່ຽນ ໄດ້ໄປຢ້ຽມຢາມໂຮງຮຽນແຫ່ງຄວາມຮັກ ເຕິດດາດດາ ຢູ່ນະຄອນ Bodh Gaya.

(ແຫຼ່ງຄັດຈາກ VOV)


ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top