• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີນດ້າຍກວາງ ພົບປະພະນັກງານຄະນະຊາວໜຸ່ມ ດີເດັ່ນ ຮັບລາງວັນ ຫຼີຕຶຈ້ອງ ປີ 2018

ຕອນເຊົ້າວັນທີ 26 ມີນາ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ພົບປະກັບພະນັກງານຄະນະຊາວໜຸ່ມຜູ້ດີເດັ່ນທົ່ວປະເທດ ທີ່ໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ເປັນກຽດໄດ້ຮັບລາງວັນ ຫຼີຕຶຈ້ອງ  ປີ 2018 ລວມ 87 ຄົນ

ທ່ານປະທານປະເທດເຈີນດ້າຍກວາງກ່າວຄຳເຫັນທີ່ການພົບປະ
 

ກ່າວຄຳເຫັນທີ່ການພົບປະ, ຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດເຈີນດ້າຍກວາງ ຕີລາຄາສູງ ເລື່ອງສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີ໋ມິນ ໄດ້ສືບຕໍ່ຮັກສາ ການມອບລາງວັນອັນສູງສົ່ງທີ່ໃສ່ຊື່ຂອງນັກວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຫຼີຕຶຈ້ອງໄວ້ເປັນຢ່າງດີ. ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະໜາວ່າ:

        “ພະນັກງານ, ສະມາຊິກຄະນະຊາວໜຸ່ມ, ໄວໜຸ່ມແຕ່ລະຄົນຕອ້ງເຊື່ອມຊຶມອຸດົມການເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ, ມີຄຸນສົມບັດທາງດ້ານການເມືອງໝັ້ນຄົງ, ເຂັ້ມແຂງ, ຕ້ອງສືບທອດມູນເຊື້ອຂອງຄົນລຸ້ນກ່ອນໄດ້ປະໄວ້ໃຫ້. ບັນດາສະຫາຍຕ້ອງຈັດຕັ້ງໂຄສະນາເຜີຍແຜ່, ສຶກສາອົບຮົມ, ກຳນົດທິດໃຫ້ແກ່ພະນັກງານຄະນະຊາວໜຸ່ມ, ສະມາຄົມ, ກອງເຍົາວະຊົນໂຮ່ຈີມິນນຳໜ້າ, ສະມາຊິກຄະນະຊາວໜຸ່ມ, ໄວໜຸ່ມ, ອະນຸຊົນ ມຸ່ງໄປເຖິງບັນດາຄຸນຄ່າອັນດີງາມ, ຍາມໃດກໍມີຄວາມໃຝ່ຝັນ ແລະ ຄວາມປາຖະໜາກ້າວຂຶ້ນ, ມີວິຖີຊີວິດທີ່ດີງາມ, ມີຜົນປະໂຫຍດ, ມີຄວາມຮັບຜິດຊອບກັບຕົນເອງ, ຄອບຄົວ ແລະ ສັງຄົມຕາມແນວຄວາມຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ”.

(ແຫຼ່ງຄັດຈາກ VOV)

 

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top