• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີນດ້າຍກວາງແລະພັນລະຍາຢ້ຽມຢາມທາງລັດຖະກິດບຣຸໄນ ດາຣຸຊາລາມ

ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້​າຍກວາງ ແລະ ພັນ​ລະ​ຍາ
(ພາບ​ປະ​ກອບ)
      ຕອນ​ເຊົ້າ​ວັ​ນ​ທີ 26/08, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້​າຍກວາງ ແລະ ພັນ​ລະ​ຍາ ພ້ອມ​ກັບຄະ​ນະ​ຜູ້​ແທນ​ຂັ້​ນ​ສູງຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ຮ່າ​ໂນ້ຍ, ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ບ​ຣຸ​ໄນ ດາ​ຣຸ​ຊາ​ລາມ ແຕ່ວັນ​ທີ 26 – 28/08, ຕາມ​ຄຳ​ເຊີນ​ຂອງ​ພະ​ບາດ​ສົ​ມ​ເດັດ Haji Hassanal Bolkiah Mu’izzaddin Waddaulah.
        ຫວຽດ​ນາມ ແລະ​ ບ​ຣຸ​ໄນ ດາ​ຣຸ​ຊາ​ລາມ ໄດ້​ສ້າງຕັ້ງ​ການ​ພົ​ວ​ພັນ​ທາງ​ການ​ທູດ​ນັບ​ແຕ່​ວັນ​ທີ 29/02/1992 ແລະ ຈ​ະ​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 25 ປີ​ແຫ່ງວັນສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດໃນ​ປີ 2017. ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ບ​ຣຸ​ໄນ ດາ​ຣຸ​ຊາ​ລາມ ພວມ​ຢູ່ໃນ​ທ່າ​ພັດ​ທະ​ນາ, 2 ປະ​ເທດ​ໄດ້​ແລກ​ປ່ຽນການ​ຢ້ຽມ​ຢາມ ແລະ ການ​ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ. ການ​ຢ້ຽມ​ຢາມ​​ທາງ​ລັດ​ຖະ​ກິດ​ເຖິງ​ ບ​ຣຸ​ໄນ ດາ​ຣຸ​ຊາ​ລາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແມ່ນ​ເພື່​ອ​ແນ​ໃສ່ສືບ​ຕໍ່​ຜັນ​ຂະ​ຫຍາຍແນວ​ທາງ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 12 ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ນຳ​ການ​ພົວ​ພັນ​ກັບ​ສາ​ກົນ​ໃຫ້​ພັດ​ທະ​ນາເຂົ້າ​ສູ່​ລວງ​ເລິກ, ໂດຍຜ່ານ​ການ​ປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນມິດ​ຕະ​ພາບ, ການ​ຮ່ວມ​ມື​​ຫຼາຍ​ດ້ານ​ກັບ ບ​ຣຸ​ໄນ ດາ​ຣຸ​ຊາ​ລາມ ໃຫ້​ເລິກ​ເຊິ່ງກວ່າ.
        ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ບ​ຣຸ​ໄນ ດາ​ຣຸ​ຊາ​ລາມ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້​າຍກວາງ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ​ປະ​ເທດ​ສ.ສິງ​ກະ​ໂປ ໃນ​ລະ​ຫວ່າງວັນ​ທີ 28 – 30/08, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີປະ​ເທດ​ສ.ສິງກ​ະ​ໂປ Tony Keng Yam.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top