• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດປີຈໍ2018

      ຕອນຄ່ຳວັນທີ 6 ກຸມພາ, ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດປີຈໍ 2018. ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູກວາງມີງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູຈຍ ໄດ້ທົບທວນຄືນບັນດາຜົນງານສຳຄັນຂອງປະເທດຊາດທີ່ບັນລຸໄດ້ໃນປີ 2017 ຜ່ານມາ ກໍ່ຄືການພົວພັນລະຫວ່າງຫວຽດນາມ ແລະ ກຳປູເຈຍ. 

ຊາວຫວຽດນາມອາໄສຢູ່ກຳປູເຈຍ ຕ້ອນຮັບບຸນເຕັດປີຈໍ 2018
      ສຳລັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ ກຳປູເຈຍ, ທ່ານ ເອກອັກຄະລັດຖະທູດ ຫວູກວາງມີງ ໄດ້ຢືນຢັນວ່າ ຊາວຫວຽດນາມ ອາໄສ ຢູ່ ກຳປູເຈຍ ແມ່ນປະຊາຄົມທີ່ມີມູນເຊື້ອປະຕິວັດ, ມີການປະກອບສ່ວນຢ່າງຫລວງຫລາຍໃຫ້ແກ່ການຕໍ່ຕ້ານອັນຍິ່ງໃຫຍ່ສອງຄັ້ງຂອງປະເທດຊາດກໍຄືຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດສະເຫນີພໍ່ແມ່ປະຊາຊົນຊາວຫວຽດນາມ ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສາມັກຄີ ບືນຕົວຂຶ້ນສ້າງຊີວິດການເປັນຢູ່ເປັນໃຫ້ປົກກະຕິ ແລະ ເສີມຂະຫຍາຍບົດບາດແມ່ນຂົວຕໍ່ໃຫ້ຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ.
        ຢູ່ລາຊະອານາຈັກ ອັງກິດ, ຕອນຄ່ຳວັນທີ 5 ກຸມພາ, ທີ່ ມະຫາວິທະຍາໄລ West of England ຢູ່ ນະຄອນ Bristol ໄດ້ຈັດລາຍການຕ້ອນຮັບບຸນເຕັດ Show ຕ້ອນຮັບລະດູບານໃຫມ່ປີ 2018.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top