• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບົດບາດສາກົນໃນການປົກປັກຮັກສາແມ່ນ້ຳຂ້າມຊາດແມ່ນສຳຄັນທີ່ສຸດ

ຕອນເຊົ້າວັນທີ 13 ມີນາ, ຢູ່ນອກກອງປະຊຸມກ່ຽວກັບການພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບບັນດາຜູ້ແທນສາກົນແມ່ນບັນດາຄູ່ຮ່ວມມື, ອົງການຈັດຕັ້ງ, ນັກອຸປະຖຳສາກົນເຂົ້າຮ່ວມກອງປະຊຸມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບບັນດາຜູ້ແທນສາກົນ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ການຮ່ວມມືຂອງບັນດາຄູ່ຮ່ວມມື, ອົງການຈັດຕັ້ງ, ນັກອຸປະຖຳສາກົນແມ່ນສຳຄັນທີ່ສຸດ. ບໍ່ພຽງແຕ່ຮ່ວມມືກ່ຽວກັບເສດຖະກິດເທົ່ານັ້ນ ຫາກຍັງຮ່ວມມື, ແບ່ງປັນບົດຮຽນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາເຂດທົ່ງພຽງກໍ່ມີຄວາມສຳຄັນທີ່ສຸດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີຊຸກຍູ້ການຮ່ວມມືໃນຂົງເຂດກໍ່ສ້າງຊັບພະຍາກອນມະນຸດ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າອຸດສາຫະກຳການປຸງແຕ່ງ ເພື່ອເພີ່ມມູນຄ່າຂອງບັນດາຜະລິດຕະພັນເຂດທົ່ງພຽງແມ່ນ້ຳຂອງແມ່ນບັນຫາຕ້ອງເອົາໃຈໃສ່. ບັນຫາໜຶ່ງອີກ ແມ່ນການຮ່ວມມືສາກົນເພື່ອຮັກສາບັນດາສາຍແມ່ນ້ຳ, ເປັນຕົ້ນແມ່ນເຂດຍ່ານລຸ່ມ, ບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກນັບທັງບັນດາປະເທດໃນພາກພື້ນຖືກຜົນສະທ້ອນຢ່າງໃຫຍ່ຫລວງຈາກຍ່ານເໜືອອີກດ້ວຍ. ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມປາດຖະໜາຢາກຮັບຟັງບັນດາຄຳເຫັນ, ຍູ້ແຮງການຮ່ວມມືໃນວິວັດການພັດທະນາ, ພິເສດແມ່ນບົດຮຽນ, ປະສົບການອັນລ້ຳຄ່າຈາກບັນດາປະເທດ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top