• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບາເຣັຍ - ຫວຸງເຕົ່າ 30 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ - ວິໄສທັດ ແລະ ກາລະໂອກາດໃໝ່

      ປີ 2021 ເຊິ່ງເປັນຂີດໝາຍໄລຍະທາງ 30 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງແຂວງ ບາເຣັຍ - ຫຫວຸງເຕົ່າ. ຊຸມປີທີ່ຜ່ານມາແຂວງ ບາເຣັຍ - ຫວຸງເຕົ່າ ຍາມໃດກໍ່ຮັກສາການພັດທະນາ, ຢັ້ງຢືນບົດບາດເປັນຂົງເຂດເຕີບໂຕທີ່ສຳຄັນຂອງທົ່ວປະເທດ. ໃນໄລຍະພັດທະນາໃໝ່,ບາເຣັຍ - ຫວຸງເຕົ່າ ສືບຕໍ່ກຳນົດທິດ ກາຍເປັນແຂວງທີ່ເຂັ້ມແຂງທາງດ້ານອຸດສາຫະກຳ, ທ່າກຳປັ່ນທະເລ, ທ່ອງທ່ຽວ ແລະ ກະສິກຳເຕັກໂນໂລຊີສູງ ສູ້ຊົນຮອດປີ 2025  ກາຍເປັນທ້ອງຖິ່ນຢືນຢູ່ແຖວໜ້າໃນທົ່ວປະເທດ ກ່ຽວກັບດັດຊະນີຍອດຜະລິດຕະພັນພາຍໃນບໍລິເວນ (GRDP).
ແຈໜຶ້ງຢູ່ນະຄອນວຸ້ງເຕົາ, ແຂວງບາເຣັຍ - ຫວຸງເຕົ່າ
      30 ປີທີ່ຜ່ານມາແຂວງບາເຣັຍ - ຫວຸງເຕົ່າໄດ້ປືນຕົວຂຶ້ນໃນທຸກໆຂົງເຂດ ສາມາດຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງບັນລຸລະດັບການເຕີບໂຕຢ່າງບໍ່ຢຸດຢັ້ງ ກ່ຽວກັບຂອບຂະໜາດ ເສດຖະກິດ, ຮັກສາທີ່ຕັ້ງບົດບາດອັນສຳຄັນໃນເຂດເສດຖະກິດຈຸດສຸມພາກໃຕ້. ທ່ານ ເຈິ່ນວັນແຄັ໊ງ ອະດີດເລຂາພັກແຂວງ ແຂວງ ບາເຣັຍ - ຫວຸງເຕົ່າ ແບ່ງປັນວ່າ:
      “ພະນັກງານການນຳ ແລະ ປະຊາຊົນ ຕ່າງກໍ່ພາກພູມໃຈທີ່ສຸດ ເມື່ອໄດ້ສ້າງຕັ້ງແຂວງ ບາເຣັຍ - ຫວຸງເຕົ່າ ແລະ ໄດ້ສາມັກຄີກັນດ້ວຍຄວາມຫວັງກໍ່ສ້າງແຂວງໃຫ້ພັດທະນາເປັນຢ່າງດີ”.
     ໂດຍໄດ້ກຳນົດເປັນຂະແໜງເສດຖະກິດປາຍແຫຼມ ກວມເອົາອັດຕາສ່ວນ ກວ່າ 58% ໃນໂຄງປະກອບເສດຖະກິດຂອງ ບາເຣັຍ - ຫວຸງເຕົ່າ, ໃນໄລຍະ 30 ປີທີ່ຜ່ານມາ ຂະແໜງອຸດສາຫະກຳໄດ້ມີບາດກ້າວພັດທະນາຢ່າງວ່ອງໄວ ອັນໄດ້ສ້າງຫຼາຍຜະລິດຕະພັນທີ່ມີມູນຄ່າສູງ. ແຂວງ ບາເຣັຍ - ຫວຸງເຕົ່າ ຍາມໃດກໍ່ປະຕິບັດທັດສະນະພັດທະນາອຸດສາຫະກຳຕາມລວງເລິກ ມີການເລືອກເຟັ້ນຢ່າງສະເໝີຕົ້ນສະເໝີປາຍ ຍ້ອນແນວນັ້ນ ອຸດສາຫະກຳສືບຕໍ່ຮັກສາບົດບາດ ແມ່ນຂະແໜງເປັນກຳລັງໜູນ ປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດ ໃນໂຄງປະກອບເສດຖະກິດ ອັນໄດ້ນຳ ບາເຣັຍ - ຫວຸງເຕົ່າ ກາຍເປັນແຂວງແບບຢ່າງ ກ່ຽວກັບການພັດທະນາອຸດສາຫະກຳ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມເທື່ອລະກ້າວ. ຜ່ານໄລຍະກວ່າ 30 ປີແຫ່ງການດຶງດູດເງິນລົງທຶນ FDI, ມາຮອດປັດຈຸບັນແຂວງໄດ້ມີ 429 ໂຄງການ FDI ຍັງມີຜົນສັກສິດ ດ້ວຍຍອດເງິນລົງທຶນຈົດທະບຽນປະມານ 29,4 ຕື້ USD. ໃນ 8 ເດືອນຕົ້ນປີ 2021 ແຂວງໄດ້ດຶງດູດ 17 ໂຄງການ FDI ດ້ວຍຍອດທຶນຈົດທະບຽນ 216,9 ລ້ານ USD. ແຂວງໄດ້ຍູ້ແຮງການດຶງດູດການລົງທຶນ ເອົາໃຈໃສ່ເຖິງບັນດາໂຄງການມີຂອບຂະໜາດໃຫຍ່ ພ້ອມທັງໃຫ້ບຸລິມາສິດດຶງດູດພັດທະນາບັນດາຂົງເຂດເຕັກໂນໂລຊີສູງ. ຍ້ອນແນວນັ້ນມາຮອດປັດຈຸບັນມີກຸ່ມບໍລິສັດໃຫຍ່ຫຼາຍແຫ່ງໃນໂລກ ໄດ້ເຂົ້າມາລົງທຶນຢູ່ທີ່ນີ້. ທ່ານ ເລວັນຢີ໊ ອະດີດເລຂາພັກແຂວງ ແຂວງ ບາເຣັຍ - ຫວຸງເຕົ່າ ໃຫ້ຮູ້ວ່າ:
        “ຂ້າພະເຈົ້າຖືວ່າການກຳນົດໂຄງປະກອບເສດຖະກິດ - ສັງຄົມຂອງແຂວງ ບາເຣັຍ - ຫວຸງເຕົ່າ ຕິດພັນກັບຂົງເຂດຈຸດສຸມທາງພາກໃຕ້ແມ່ນສຳຄັນທີ່ສຸດ. ດັ່ງນັ້ນຜ່ານແຕ່ລະປີ, ກອງປະຊຸມໃຫຍ່ອົງຄະນະພັກແຕ່ລະຄັ້ງ, ແຂວງໄດ້ກໍ່ສ້າງພັດທະນາແຂວງ ບາເຣັຍ - ຫວຸງເຕົ່າ”.
     ພ້ອມກັນນັ້ນ ການກຳນົດທິດສ້າງຄວາມຮັ່ງມີຈາກທ່າກຳປັ່ນທະເລ ແລະ ການບໍລິການຮັບໃຊ້ທ່າກຳປັ່ນໃນອະນາຄົດ ສາມາດທົດແທນຜົນປະໂຫຍດຈາກການຂຸດຄົ້ນນ້ຳມັນອາຍແກັສ ກໍ່ຄືພວມພັດທະນາຢ່າງແຂງແຮງ. ໄລ່ຮອດປັດຈຸບັນທົ່ວແຂວງມີທ່າກຳປັ່ນ 47 ແຫ່ງ ພວມເຄື່ອນໄຫວ ດ້ວຍຍອດກຳລັງຂົນສົ່ງສິນຄ້າປະມານ 137,4 ລ້ານໂຕນຕໍ່ປີ. ເພື່ອໃຫ້ພື້ນຖານເສດຖະກິດພັດທະນາແບບຍືນຍົງ,ແຂວງໄດ້ເລັ່ງໃສ່ຍູ້ແຮງ 4 ເສົາຄ້ຳເສດຖະກິດ ນັ້ນແມ່ນ ອຸດສາຫະກຳ, ທ່າກຳປັ່ນທະເລ, ການທ່ອງທ່ຽວ ແລະ ກະສິກຳເຕັກໂນໂລຊີສູງ ໃນນັ້ນການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ ພັດທະນາຕາມທິດຍືນຍົງມີຄຸນນະພາບສູງ. ທ່ານ ຫງວຽນຕ໊ວນມິງ ອະດີດເລຂາພັກແຂວງ ແຂວງ ບາເຣັຍ - ຫວຸງເຕົ່າ ເນັ້ນໜັກວ່າ:
      “ການຮ່ວມແຮງຮ່ວມໃຈ ຄວາມເຫັນດີເປັນເອກະສັນ ຄວາມຕັດສິນໃຈຂອງລະບົບການເມືອງ ການເຫັນດີເຫັນພ້ອມຂອງປະຊາຊົນ, ນັ້ນແມ່ນປັດໄຈຕັດສິນຊີ້ຂາດຜົນສຳເລັດ ຕັດສິນການເຕີບໂຕຢ່າງຕໍເນື່ອງ ແລະ ພັດເທະນາຢ່າງແຂງແຮງຂອງແຂວງໃນ 30 ປີທີ່ຜ່ານມາ.”
        ປີ 2020,  GRDP ຄິດສະເລ່ຍໃສ່ຫົວຄົນຂອງແຂວງບັນລຸ 11.375 USDຕໍ່ຄົນ ຫຼາຍທົບ 12 ເທົ່າເມື່ອທຽບໃສ່ປີ 1992.ນັບແຕ່ປີ 2000 ມາຮອດປັດຈຸບັນ ແຂວງຍາມໃດກໍ່ຮັກສາທີ່ຕັ້ງແມ່ນທ້ອງຖິ່ນມີ GRDP ຄິດສະເລ່ຍໃສ່ຫົວຄົນສູງກວ່າໝູ່ໃນທົ່ວປະເທດ. ພ້ອມກັນນັ້ນ ແຂວງ ບາເຣັຍ - ຫວຸງເຕົ່າ ກໍ່ໄດ້ບັນລຸບັນດາຜົນງານອັນໃຫຍ່ຫຼວງ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ. ທາງແຂວງກໍ່ໄດ້ຍູ້ແຮງການສ້າງເຄືອຂ່າຍສາທາລະນະສຸກ ແລະ ຄຸນນະພາບການກວດປິ່ນປົວພະຍາດ ໄດ້ຖືກຍົກສູງຂຶ້ນເທື່ອລະກ້າວ. ທ່ານ ຫງວຽນຮົ່ງຫຼິງ ອະດີດເລຂາພັກແຂວງ ແຂວງ ບາເຣັຍ - ຫວຸງເຕົ່າ ເນັ້ນໜັກວ່າ:
       “ພ້ອມກັບການພັດທະນາເສດຖະກິດ, ແຂວງສືບຕໍ່ຂະຫຍາຍ 12 ບັນຫາທີ່ສຳຄັນ ເພື່ອຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ”.
     ບັນດາຜົນງານທີ່ບັນລຸມາໄດ້ໃນອາຍຸການທີ່ຜ່ານມາ ໄດ້ສ້າງທ່ວງທ່າ ແລະ ກຳລັງໃໝ່ ເປີດກາລະໂອກາດໃໝ່ ເພື່ອໃຫ້ແຂວງພັດທະນາກ້າວຂຶ້ນ. ດ້ວຍທ່າເຕີບໂຕທີ່ບັນລຸມາແລ້ວ ແລະ ບັນດາທ່າແຮງຂອງທ້ອງຖິ່ນ  ແຂວງຈະມີບັນດາບາດກ້າວກະໂດດຂັ້ນໃນໄລຍະທີ່ຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top