• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຫາ Brexit: ໂອກາດທີ່ ອັງກິດຈະບັນລຸໄດ້ຂໍ້ຕົກລົງຈາກ ອີຢູ ແມ່ນມີໜ້ອຍທີ່ສຸດ

      ວັນທີ 30 ສິງຫາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຮູ້ວ່າ ສະຫະພາບເອີຣົບ (ອີຢູ) ຈະບໍ່ໃຫ້ ອັງກິດ ລົງນາມໃນຂໍ້ຕົກລົງຖອນຕົວອອກຈາກ ອີຢູໄດ້ ຄືດັ່ງຄວາມປາດຖະໜາຂອງ ລອນດອນ ຖ້າຫາກ ສໍາພັນທະມິດນີ້ ຍັງມີຄວາມເຊື່ອໝັ້ນວ່າ ອາດຈະຕ່າວປີ້ນເລື່ອງອັງກິດຖອນຕົວອອກຈາກ ອີຢູ ຫຼືຍັງເອີ້ນວ່າ Brexit.

ທ່ານນາຍົກລັດຖະມົນຕີ ອັງກິດ Johnson  (ພາບ: TTXVN)
      ເມື່ອຕອບສໍາພາດຕໍ່ສໍານັກຂ່າວ Sky News, ທ່ານນາຍົກລັດຖະມົນຕີ ອັງກິດ Johnson ໄດ້ສະແດງຄວາມປາດຖະໜາວ່າ ນັບມື້ນັບມີຫຼາຍຄູ່ຮ່ວມມືຂອງອັງກິດໃນ ອີຢູ ຄິດວ່າ ສາມາດເລື່ອນວັນເວລາ Brexit ແລະ ສະພາແຫ່ງຊາດ ອັງກິດ ອາດຈະຄວບຄຸມລັດຖະບານໄດ້. ສິ່ງດັ່ງກ່າວກໍຄ້າຍຄືກັນກັບເລື່ອງ ໂອກາດທີ່ ບຣຸກແຊນ ມອບໃຫ້ ລອນດອນ ດໍາເນີນການເຈລະຈາ ເຊິ່ງອັງກິດຕ້ອງການ ແມ່ນໜ້ອຍທີ່ສຸດ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ Johnson ກໍກ່າວເຕືອນວ່າ ຖ້າຫາກບັນດາສະມາຊິກລັດຖະສະພາຊອກຫາວິທີສະກັດກັ້ນ ຫຼື ເລື່ອນວັນເວລາ Brexit ອອກໄປຕື່ມ ພາຍຫຼັງວັນທີ 31 ຕຸລາ, ສິ່ງດັ່ງກ່າວຈະກໍ່ຜົນເສຍຫາຍໃນໄລຍະຍາວ ສໍາລັບບັນດາພັກຝ່າຍການເມືອງໃຫຍ່ຢູ່ ອັງກິດ ກໍ່ຄືຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນທີ່ມີຕໍ່ພື້ນຖານການເມືອງ.
        ບັນດາສະມາຊິກລັດຖະສະພາຝ່າຍຄ້ານ ແລະ ສະມາຊິກລັດຖະສະພາຈໍານວນໜຶ່ງໃນພັກຮັກສາເດີມ ຂອງທ່ານນາຍົກລັດຖະມົນຕີ Johnson ຢາກສ້າງຮ່າງກົດໝາຍສະບັບໜຶ່ງ ເພື່ອແນໃສ່ສະກັດກັ້ນຄວາມສ່ຽງ Brexit ບໍ່ມີຂໍ້ຕົກລົງ. ເຖິງຢ່າງໃດກໍຕາມ ທ່ານນາຍົກລັດຖະມົນຕີ Johnson ກໍ່ຖືວ່າ ເລື່ອງກະກຽມໃຫ້ແກ່ການ Brexit “ແຂງ” ຈະອະນຸຍາດໃຫ້ລັດຖະບານບັນລຸໄດ້ຂໍ້ຕົກລົງ ກັບ ອີຢູ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top