• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຫາ Brexit: ອີຢູແລະອັງກິດເປັນເອກະພາບບັນດາບຸລິມະສິດແລະແຜນການ

      ວັນທີ 19 ມິຖຸນາ, ສະຫະພາບເອີລົບ (ອີຢູ) ແລະ ປະເທດອັງກິດ ໄດ້ເຫັນດີຕໍ່ບັນດາບັນຫາບຸລິມະສິດ, ແຜນການ ແລະ ວິທີການຈັດຕັ້ງການເຈລະຈາກ່ຽວກັບເລື່ອງອັງກິດ ຖອນອອກຈາກອີຢູ (Brexit), ພາຍຫຼັງການພົບປະເປັນຄັ້ງທຳອິດຢູ່ບຣຸກແຊນ ລະຫວ່າງນັກເຈລະຈາຂອງຝ່າຍອີຢູ ທ່ານ Michel Barnier ແລະ ຝ່າຍອັງກິດແມ່ນທ່ານ David Davis.

ນັກເຈລະຈາຂອງຝ່າຍ
(ພາບປະກອບ: Reuters/TTXVN)
      ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງສິ້ນສຸດການເຈລະຈາຄັ້ງທຳອິດ, ທ່ານ Barnier ໄດ້ແຈ້ງໃຫ້ຊາບວ່າ, 2 ຝ່າຍສ້າງຕັ້ງໄດ້ກຸ່ມປະຕິບັດວຽກງານ, ລວມທັງບັນດານັກຊ່ຽວຊານຂອງທັງ 2 ຝ່າຍ ເພື່ອແກ້ໄຂບັນດາເອກະສານທີ່ຈຳເປັນໃນຈຸດເວລານີ້, ນັ້ນແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງພົນລະເມືອງ, ບັນຫາການເງິນ ແລະ ບາງບັນຫາອື່ນໆທີ່ເກີດຂຶ້ນຈາກ Brexit.  ຕາມກຳນົດເວລາ, 2 ຝ່າຍໄດ້ເປັນເອກະພາບນຳກັນຢືນຢັນ, ບັນດາການເຈລະຈາຈະໄດ້ຮັບການຈັດຕັ້ງເດືອນລະເທື່ອໃນໄລຍະເວລາແຕ່ວັນທີ 17 ກໍລະກົດ ຫາວັນທີ 09 ຕຸລາ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top