• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດອາເມລິກາໃຕ້ເຊັນຂໍ້ຕົກລົງສົມທົບກັນປົກປັກຮັກສາປ່າ Amazon

      ວັນທີ 6 ກັນຍາ, 7 ປະເທດມີປ່າ Amazon ຢູ່ອາເມລິກາໃຕ້ ໄດ້ເຊັນຂໍ້ຕົກລົງສະບັບໜຶ່ງເພື່ອແນໃສ່ປົກປັກຮັກສາປ່າເຂດຮ້ອນແຫ່ງໃຫ່ຍກ່ວາໝູ່ໃນໂລກນີ້.

ໄຟໄໝ້ປ່າ Amazon ຢູ່ປະເທດບຼຊິນ (ພາບ: AFP/TTXVN)
      ກ່າວຄຳເຫັນທີ່ພິທີເຊັນຂໍ້ຕົກລົງຢູ່ນະຄອນ Leticia ທາງທິດໃຕ້ປະເທດ Colombia ທ່ານປະທານາທິບໍດີ Colombia Ivan Duque ໃຫ້ຮູ້ວ່າ ການນຳປະເທດຕ່າງໆຈະພົບປະກັນໃນການເຄື່ອນໄຫວຢູ່ນອກກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ໃນເດືອນທັນວາທີ່ຈະມາເຖິງ.
   ຕາມຂໍ້ຕົກລົງຫາກໍ່ໄດ້ເຊັນນັ້ນ, ປະເທດຕ່າງໆຈະສ້າງຕັ້ງລະບົບຮັບມືກັບໄພທຳມະຊາດເພື່ອສາມາດສົມທົບກັນເປັນຢ່າງດີກ່ວາອີກ ຄືໃນກໍລະນີເກີດໄຟໄໝ້ປ່າຂະໜາດໃຫ່ຍ. ຂໍ້ຕົກລົງດັ່ງກ່າວກໍ່ຈະຊຸກຍູ້ບັນດາຂໍ້ລິເລີ່ມປູກປ່າ, ເພີ່ມການເຄື່ອນໄຫວຕິດຕາມບັນດາບັນຫາຢູ່ປ່າ Amazon ຜ່ານດາວທຽມ. ນອກຈາກນັ້ນແລ້ວ, ປະເທດຕ່າງໆກໍ່ເຫັນດີເປັນເອກະສັນຈະແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາການເຄື່ອນໄຫວຜິດກົດໝາຍຢູ່ປ່າ Amazon ຄື: ການຂຸດຄົ້ນແຮ່ທາດຢ່າງຜິດກົດໝາຍ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top