• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຄອບຄົວພິເສດຂອງນ້ຳໃຈມິດຕະພາບ ຫວຽດນາມ -ລາວ

      ຮັບໜູນຊ່ວຍ, ຊ່ວຍເຫຼືອນັກສຶກສາ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ ແມ່ນໜຶ່ງໃນ 5 ໂຄງການເຄື່ອນໄຫວຂອງວຽກງານພົວພັນຕ່າງປະເທດປະຊາຊົນໂດຍສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງເງະອານ ຜັນຂະຫຍາຍ. ມາຮອດປະຈຸບັນ, ພາຍຫຼັງເວລາເກືອບ 5 ປີ, ໂຄງການນີ້ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ. ບົດຂຽນ “ບັນດາຄອບຄົວພິເສດຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ” ຂອງ ກວກແຄ໋ງ, ນັກຂ່າວ VOV.
     
 ນັກສຶກສາ ລາວ ມາຮ່ຳຮຽນຢູ່ ຫວຽດນາມ
(ພາບປະກອບ)
      ຕາມປົກກະຕິແລ້ວ, ວັນເສົາ, ວັນອາທິດແຕ່ລະສັບປະດາ, ຄອບຄົວຂອງທ່ານ ວີໂຕ໋ດິ້ງ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ເງະອານ ຢູ່ໜ່ວຍທີ 16, ຕາແສງ ເຈື່ອງທີ, ນະຄອນ ວີງ ໄດ້ເຕົ້າໂຮມນັກສຶກສາລາວຫຼາຍຄົນ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວນນະຄອນ ວີງ ມາລະຫຼິ້ນ, ກິນເຂົ້ານຳຄອບຄົວ. ແຕ່ລະປີ, ເມື່ອມີນັກສຶກສາສຶກສາລາວຮຽນຈົບ, ຄອບຄົວຂອງທ່ານລ້ວນແຕ່ຈັດງານລ້ຽງອຳລາ, ສ່ວນມີນັກສຶກສາລາວມາໃໝ່, ຄອບຄົວທ່ານກໍ່ຕ້ອນຮັບຄືວ່າສະມາຊິກໃໝ່ໃນຄອບຄົວ, ຫຼັງຈາກນັ້ນ ກໍ່ໄດ້ຈັດພິທີມັດຂັນ ເພື່ອຮັບເປັນລູກລ້ຽງ. ປະຈຸບັນ, ຄອບຄົວຂອງທ່ານໄດ້ຮັບລ້ຽງດູນັກສຶກສາ 5 ຄົນທີ່ມາຈາກແຂວງ ຊຽງຂວາງ ແລະ ຫົວພັນ, ປະເທດລາວ. ທ່ານ ວີໂຕ໋ດິ້ງ, ໃຫ້ຮູ້ວ່າ:
        ກ່ອນອື່ນໝົດ, ຂ້າພະເຈົ້າຢາກມີການພົວພັນແລກປ່ຽນເພື່ອເພີ່ມທະວີຄວາມສາມາດເວົ້າພາສາ ຫວຽດ ໃຫ້ພວກຫຼານ. ພວກຫຼານກໍ່ໄດ້ແນະນຳບັນດາແບບແຜນການດຳລົງຊີວິດ, ບັນດາຮີດຄອງປະເພນີ, ວັດທະນະທຳຂອງຄົນລາວ ໃຫ້ພວກຂ້າພະເຈົ້າ ແລະ ຫວນຄືນບັນດາມູນເຊື້ອຂອງລຸ່ນພໍ່ລຸ້ນອ້າຍໃນເມື່ອກ່ອນ, ຍ້ອນວ່າພວກຫຼານລ້ວນແຕ່ແມ່ນລູກຫຼານຂອງພະນັກງານ ຫຼື ບັນດານັກຮົບເກົ່າ ຫຼື ເປັນປະຊາຊົນລາວຜູ້ຮັກຊາດ, ມີຄວາມຮັກແພງຕໍ່ປະເທດ ຫວຽດນາມ.
        ໃນຈຳນວນນັກສຶກສາ 5 ຄົນທີ່ທ່ານ ວີໂຕ໋ດິ້ງ ຮັບລ້ຽງດູນັ້ນ, ມີນ້ອງ ນາໄລວັນ, ນັກສຶກສາການແພດ ນະຄອນວີງ, ໄດ້ທ່ານ ດິ້ງ ຖືວ່າຄືດັ່ງລູກຄີງ. ທ່ານ ວີໂຕ໋ດິ້ງ ໄດ້ມອບລົດຖີບໄຟຟ້າ, ອຸປະກອນນຳໃຊ້ໃນການຮຽນ ແລະ Laptop ເພື່ອນຳໃຊ້ໃນເວລາຮຽນ 6 ປີຢູ່ ຫວຽດນາມ. ນ້ອງ ນາໄລວັນ ໄດ້ແບ່ງປັນວ່າ:
ເມື່ອມາ ຫວຽດນາມ ຮ່ຳຮຽນ, ເພີ່ນກໍ່ຄືພໍ່ຢູ່ທາງບ້ານ. ເພີ່ນໄດ້ຊ່ວຍເຫຼືອທຸກຢ່າງມ ເພີ່ນກໍ່ຄືຄອບຄົວຂອງເຮົາ. ມີຫຍັງກໍ່ພົວພັນກັບເພີ່ນ, ເພີ່ນກໍ່ບອກເຮົາໝົດ. ເມື່ອຮອດຍາມບຸນ, ຍາມກິນຈຽງ ເຮົາບໍ່ໄດ້ໄປ ເພີ່ນກໍ່ແຕ່ງເຂົ້າ, ຈັດງານຢູ່ເຮືອນ ແລະ ບອກເຮົາກິນເຂົ້ານຳເພີ່ນ. ຮູ້ສຶກຄືວ່າຄອບຄົວເຮົາເລີຍ.
       ໃນເວລາເກືອບ 5 ປີທີ່ປະຕິບັດໂຄງການແຮກສ່ຽວກັບນັກສຶກສາ ລາວ, ມີຄອບຄົວສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນ ວີງ ໄດ້ຮັບລ້ຽງດູ ແລະ ແຮກສ່ຽວກັບນັກສຶກສາລາວ 150 ຄົນ. ພິເສດ, ມີຄອບຄົວໄດ້ຮັບຊ່ວຍເຫຼືອນັກສຶກສາ 20 ຄົນຄືຄອບຄົວຂອງທ່ານ ບັກ ຢູ່ ຕາແສງ ໂດ້ຍກູງ, ຫຼື ຄອບຄົວຂອງທ່ານ ວີໝີ້ເຊີນ ຢູ່ຕາແສງ ເຈື່ອງທີ, ຊ່ວຍເຫຼືອນັກສຶກສາລາວ 30 ຄົນ. ຄອບຄົວຂອງທ່ານ ເລືອງກວາງກີ່ງ ໄດ້ຊ່ວຍເຫຼືອ 4 ຄົນ. ປະຈຸບັນ, ມີນັກສຶກສາລາວໄດ້ຮຽນຈົບ, ໄດ້ດຳລົງຕຳແໜ່ງທີ່ສຳຄັນໃນກົງຈັກອຳນາດການປົກຄອງ ກໍ່ຄືບັນດາຂົງເຂດເສດຖະກິດ ສັງຄົມຂອງລາວ. ເຖິງວ່າຢູ່ຫ່າງໄກກັນກໍ່ຕາມ, ແຕ່ພວກນ້ອງຍັງໄດ້ຕິດຕໍ່ພົວພັນກັບພໍ່ລ້ຽງແມ່ລ້ຽງຢູ່ນະຄອນ ວີງ ແລະ ຮູ້ບຸນຄຸນຂອງພໍ່ແມ່ລ້ຽງ ທີ່ໄດ້ອຸ້ມສູ່ຊ່ວຍເຫຼືອໃນເວລາຮ່ຳຮຽນຢູ່ ຫວຽດນາມ ຢູ່. ນ້ອງ ສີວອນ ບຸນທະວີ, ຫົວໜ້າຄະນະນັກສຶກສາລາວ ພວມຮ່ຳຮຽນຢູ່ເງະອານ, ໄດ້ໃຫ້ຮູ້ວ່າ:
ໃນໄລຍະເວລາທີ່ເຂົ້າຮ່ວມເງື່ອນໄຂໃນຄອບຄົວຂອງປະຊາຊົນຊາວ ຫວຽດນາມ, ເວລາເຈັບໄຂ້, ເຈັບເປັນ ກໍ່ມີພໍ່ຮັກແມ່ຮັກອ້າຍຮັກເອື້ອຍແພງ ກໍ່ໄດ້ເບິ່ງແຍງດູແລ, ພາໄປໂຮງໝໍ, ຊື້ຢຸກຊື້ຢາ, ລ້ຽງດູເກື້ອກູນ ຍາມເຈັບຍາມໄຂ້. ນອກຈາກນັ້ນ ເມື່ອມີບັນດາໃນທຸກວຽກງານ, ຂາດວັດຖຸ ແລະ ຈິດໃຈເພີ່ນກໍ່ໄດ້ຊ່ວຍໝົດ.
        ແຕ່ລະປີ, ແຂວງ ເງະອານ ໄດ້ຕ້ອນຮັບນັກສຶກສາລາວ ມາຮຽນແຕ່ 400 ຫາ 600 ຄົນເຂົ້າມາຮຽນຢູ່ບັນດາໂຮງຮຽນ: ມະຫາວິທະຍາໄລ ວີງ, ມະຫາວິທະຍາໄລການແພດ ວີງ, ວິທະຍາໄລສ້າງຄູ ແລະ ມະຫາວິທະຍາໄລເສດຖະກິດ ເງະອານ. ການແຮກສ່ຽງລະຫວ່າງໂຮງຮຽນ ແລະ ຄອບຄົວພໍ່ແມ່ລ້ຽງຊາວ ຫວຽດນາມ ໄດ້ຊ່ວຍໃຫ້ນັກສຶກສາລາວ ຫຼາຍຄົນບັນລຸຜົນງານການຮຽນເປັນຢ່າງດີ. ໃນໂອກາດວັນບຸນ, ສະເຫຼີມສະຫຼອງເຫດການການເມືອງຕ່າງໆ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ເງະອານ ໄດ້ສົມທົບກັບໂຮງຮຽນຕ່າງໆມອບໃບຍ້ອງຍໍ, ທຶນສຶກສາ, ລະດົມກຳລັງໃຈຂອງໃຫ້ແກ່ພວກນ້ອງເພື່ອໃຫ້ພວກນ້ອງສູ້ຊົນໃນການຮຽນຕື່ມອີກ. ຮອງສາດສະດາຈານ, ປອ ໂງດິ່ງເຟືອງ, ຮອງອະທິການບໍດີມະຫາວິທະຍາໄລ ວີງ, ໃຫ້ຮູ້ວ່າ:
        ແຕ່ລະປີ, ພວກຂ້າພະເຈົ້າໄດ້ເຮັດວຽກກັບສະມາຄົມມິດຕະພາບ ຫວຽດນາມ -ລາວ, ຕາມລຳດັບແລ້ວ, ພວກລຸງທີ່ເປັນສະມາຊິກສະມາຄົມ ໄດ້ຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ແລະ ແຕ່ລະປີມີປະມານແຕ່ 20 -30 ຄອບຄົວໄດ້ຮັບພວກນ້ອງເປັນລູກຮັກ, ອີງໃສ່ເງື່ອນໄຂການດຳລົງຊີວິດຂອງຄອບຄົວ, ພວກນ້ອງໄດ້ດຳລົງຊີວິດໃນຄອບຄົວຄືດັ່ງລູກຫຼານຄີງ.
        ຂະບວນການແຮກສ່ຽວ, ເບິ່ງແຍງດູແລນັກສຶກສາລາວ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງເງະອານ ໄດ້ປະກອບສ່ວນເພີ່ມພູນຄູນສ້າງພາບພົດອັນດີງາມກ່ຽວກັບການພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ, ພິເສດແມ່ນໃນສະພາບການປີ 2017 ສອງປະເທດໄດ້ສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ -ລາວ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top