• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາກະຊວງ,ຂະແຫນງການສືບຕໍ່ຊີ້ນຳ,ຈັດຕັ້ງການປະຕິບັດບັນດາຫນ້າທີ່ຈຸດສຸມ

      ຕອນບ່າຍວັນທີ 3 ຕຸລາ, ສະຫລຸບກອງປະຊຸມສະໄໝສາມັນປະຈຳເດືອນກັນຍາຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ການນຳບັນດາກະຊວງ, ຂະແຫນງການ ສືບຕໍ່ຊີ້ນຳໂດຍກົງ ແລະ ຈັດຕັ້ງການປະຕິບັດບັນດາຫນ້າທີ່ການເມືອງຈຸດສຸມທີ່ໄດ້ຮັບການມອບໝາຍໃນປີ 2017. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເປັນປະທານກອງປະຊຸມ
      ເມື່ອໄຈ້ແຍກສະພາບການເສດຖະກິດ ສັງຄົມ ໃນ 9 ເດືອນຕົ້ນປີຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຖືວ່າ: ການຫັນປ່ຽນຮູບແບບການເຕີບໂຕຕາມທິດມີຄຸນນະພາບ, ຍົກສູງກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດຜ່ານບັນດາຂົງເຂດການຜະລິດຕົ້ນຕໍຄື: ອຸດສາຫະກຳປຸງແຕ່ງ, ການປະດິດສ້າງ, ກະສິກຳເຕັກໂນໂລຊີສູງ, ການທ່ອງທ່ຽວ, ການບໍລິການ, ການສົ່ງອອກໄດ້ນຳມາເຊິ່ງຜົນງານທີ່ດີໃຫ້ແກ່ການພັດທະນາ. ພ້ອມກັນນັ້ນ ແມ່ນການສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດດີພໍສົມຄວນ. ທ່ານນາຍົກລັດຖະມົນຕີ ສະເຫນີ ໃຫ້ສືບຕໍ່ຜັນຂະຫຍາຍບັນດາມາດຕະການຊຸກຍູ້ການສົ່ງອອກຢ່າງຂ້ຽວຂາດ, ຍູ້ແຮງລະບົບຂໍ້ມູນຂ່າວສານດ້ານການຕະຫລາດ, ສົ່ງເສີມການຄ້າ, ຫັນລະບຽບການເປັນງ່າຍດ່າຍ, ພັດທະນາຕະຫລາດຢູ່ພາຍໃນປະເທດຢ່າງແຮງເພື່ອດຸ່ນດ່ຽງສິນຄ້າສົ່ງອອກນຳເຂົ້າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳ: ແຕ່ລະກະຊວງ, ຂະແຫນງການ, ທ້ອງຖິ່ນ, ອົງການ, ຫົວຫນ່ວຍຕ່າງໆ ຕ້ອງສຳຫລວດກວດກາຢ່າງລະອຽດ ແລະ ຄວບຄຸມລາຍຈ່າຍງົບປະມານຢ່າງເຂັ້ມງວດ.
          “ຮຽກຮ້ອງບັນດາທ່ານລັດຖະມົນຕີ, ຫົວໜ້າຂະແຫນງການ, ປະທານຄະນະກຳມະການປະຊາຊົນບັນດານະຄອນ ຕ້ອງມີຄວາມຮັບຜິດຊອບໂດຍກົງກ່ຽວກັບການຍູ້ແຮງຄວາມຄືບຫນ້າໃນການປະຕິບັດ ແລະ ປ່ອຍເງິນລົງທຶນສາທາລະນະໃນໄຕມາດ 4, ຮັບປະກັນການປະຕິບັດ ແລະ ປ່ອຍເງິນໃຫ້ໝົດສຳລັບແຫລ່ງທຶນສາທາລະນະທີ່ໄດ້ຮັບການມອບໝາຍໃນປີ 2017”
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າເພື່ອໃຫ້ທັງປີບັນລຸການເຕີບໂຕທັງປີໃຫ້ໄດ້ 6,7% ນັ້ນ, ບັນດາກະຊວງ, ຂະແຫນງການ ຕ້ອງມານະພະຍາຍາມປະຕິບັດ ສຳເລັດ ບັນດາຫນ້າທີ່ທີ່ໄດ້ຮັບການມອບໝາຍ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top