• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນ​ະ​ຄອນຫຼວງ​ຮ່າ​ໂນ້ຍ ຂ່ຳ​ນັບ​ຮັບ​ຕ້ອນວັນ ແທັງ​ລອງ - ຮ່າ​ໂນ້ຍ ​ຄົບ​ຮອບ 1010 ປີ ດ້ວຍ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ

ຕອນຄ່ຳວັນທີ 9 ຕຸລາ, ຢູ່ ວັດ ເຈິ໊ນກວກ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໄດ້ສົມທົບກັບ ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ຮ່າໂນ້ຍ ຈັດຕັ້ງ ງານບຸນລອຍກະໂທງ, ເພື່ອພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບ ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຢູ່ເຢັນເປັນສຸກ, ເນື່ອງໃນໂອກາດສະເຫຼີມສະຫຼອງແທັງລອງ - ຮ່າໂນ້ຍ ຄົບຮອບ 1010 ປີ.

ທ່ານນາງ ຫງວຽນທິລຽນ ເຊິ່ງເປັນຊາວຮ່າໂນ້ຍ ທີ່ເຂົ້າຮ່ວມງານບຸນດັ່ງກ່າວ ແບ່ງປັນວ່າ:

        “ໂດຍໄດ້ຮັບຮູ້ວ່າ ປີນີ້ ເພິ່ນໄດ້ຈັດງານບຸນລອຍກະໂທງ ເພື່ອສະເຫຼີມສະຫຼອງວັນທີ 10 ຕຸລາ. ສະນັ້ນ ຂ້າພະເຈົ້າໄດ້ສັບຊ້ອນວຽກງານຂອງຕົນເພື່ອມາຮ່ວມງານບຸນ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ເປັນລູກຫຼານຂອງຊາດຫວຽດນາມ, ເປັນຊາວນະຄອນຮ່າໂນ້ຍ”.


ທ່ານປະທານຄະນະກຳມະການປະຊາຊົນເມືອງ ຮວ່ານກ໊ຽມ ຟ້າມຕວ໊ນລອງ ກ່າວຄຳເຫັນທີ່ພິທີ 

ຕອນເຊົ້າວັນທີ 10 ຕຸລາ, ຄະນະພັກເມືອງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ເມືອງຮວ່ານກ໊ຽມ ກໍ່ໄດ້ຈັດພິທີຕິດປ້າຍໂຄງການກໍ່ສ້າງ, ບູລະນະປະຕິສັງຂອນເຂດອ້ອມໜອງຮວ່ານກ໊ຽມ ເພື່ອຂ່ຳນັບຮັບຕ້ອນ ແທັງລອງ - ຮ່າໂນ້ຍ ຄົບຮອບ 1010 ປີ ແລະ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 17 ອົງຄະນະພັກນະຄອນຮ່າໂນ້ຍ (ອາຍຸການ 2020 – 2025).

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top