• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນ້ຳຖ້ວມໄດ້ເກີດຂຶ້ນຢູ່ຫຼາຍແຫ່ງໄດ່ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫ້ປະຊາຊົນ ລາວ

      ໄພນ້ຳຖ້ວມກໍ່ເຮັດໃຫ້ເນື້ອທີ່ປູກເຂົ້າ ແລະ ຜັກພືດກ່ວາ 100.000 ເຮັກຕາຖືກນ້ຳຖ້ວມ, ກິດຈະກຳຊົນລະປະທານກ່ວາ 200 ແຫ່ງຖືກເປເພ, ສັດລ້ຽງ
ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ສປປ ລາວ ໃຫ້ຮູ້ວ່າ: ໄພນ້ຳຖ້ວມຍ້ອນຜົນຮ້າຍຢ້ອນຫຼັງຈາກພາຍຸໃນໄລຍະຜ່ານມາ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ, ເຮັດໃຫ້ຢ່າງໜ້ອຍສຸດ 46 ຄົນຖືກເສຍຊີວິດ, 97 ຄົນຫາຍສາບສູນ ແລະ 4 ຄົນຖືກຮັບບາດເຈັບ. ພາຍຸ ເຊີນຕິງ ແລະ Bebinca ໄດ້ກໍ່ໃຫ້ເກີດສະພາບຝົນຕົກໜັກແຕ່ກາງເດືອນ ກໍລະກົດ ເຖິງ ກາງເດືອນ ສິງຫາ, ກໍ່ໄພນ້ຳຖ້ວມໃນບໍລິເວນກ້ວາງຂວາງເຮັດໃຫ້ກ່ວາ 82.000 ຄອບຄົວ ຢູ່ 79 ເມືອງ ຂຶ້ນກັບ 14 ແຂວງຂອງລາວຖືກຜົນສະທ້ອນ. ໄພນ້ຳຖ້ວມກໍ່ເຮັດໃຫ້ເນື້ອທີ່ປູກເຂົ້າ ແລະ ຜັກພືດກ່ວາ 100.000 ເຮັກຕາຖືກນ້ຳຖ້ວມ, ກິດຈະກຳຊົນລະປະທານກ່ວາ 200 ແຫ່ງຖືກເປເພ, ສັດລ້ຽງ, ສັດປີກນັບພັນໆໂຕຕາຍ. ເສັ້ນທາງ ແລະ ລະບົບຂົວທາງຖືກນ້ຳຖ້ວມທຳລາຍ.
        ໃນຂະນະນັ້ນ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ການຕີລາຄາຜົນເສຍຫາຍຍ້ອນເຫດເຂື່ອນກັ້ນນ້ຳ ເຊປຽນ - ເຊນ້ຳນ້ອຍຢູ່ແຂວງ ອັດຕະປືແຕກນັ້ນ, ຍັງໄດ້ຮັບການປະຕິບັດ. ວົງການເຈົ້າໜ້າທີ່ ລາວ ໃຫ້ຮູ້ວ່າ ໃນຈຳນວນ 13 ໝູ່ບ້ານຖືກຜົນສະທ້ອນຍ້ອນເຫດເຂື່ອນໄຟຟ້າແຕກດັ່ງກ່າວ, ມີ 6 ໝູ່ບ້ານຖືກລົບລ້າງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).

Top