• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບ ເຈົ້າຊີວິດ ບຣູໄນ


(ທ່ານນາຍ​ົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ພົບ​ປະກັບ ເຈົ້າ​ຊີ​ວິດ ບ​ຣູ​ໄນ)
      ວັນ​ທີ 29/4, ຢູ່ ນະ​ຄອນຫຼວງ ມາ​ນີ​ລາ (ຟີ​ລີບ​ປີນ), ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ ເຈົ້າ​ຊີ​ວິດ ບ​ຣູ​ໄນ, ທ່ານ Sultan Haji Hassanal Bolkiah, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​​ສຸດຍອດ ອາ​ຊຽນ ຄັ້ງ​ທີ 30.
        ທີ່​ການ​ພົບປະ, ທ່ານ ຫງວຽນ​ຊວນ​ຟູ໋ກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ເຈົ້າ​ຊີ​ວິດ ບ​ຣູ​ໄນ ໄດ້ເຫັນ​ດີ​ເປັນ​ເອ​ກະ​ສັນ ຈະຜັນ​ຂະ​ຫຍາຍບັນ​ດາຂົງ​ເຂດ​​ຮ່ວມ​ມື​ທີ່ມີ​ຢູ່​ແລ້ວກວ່າ​ອີກ, ພິ​ເສດ​ແມ່ນ ການ​ຄ້າ, ອຸດ​ສະ​ຫະ​ກຳ, ກະ​ສິ​ກຳ ແລະ ທ່ອງ​ທ່ຽວ, ພ້ອມ​ທັງ, ເພີ່ມ​ທະ​ວີ​​ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫ​ວ​ຂອງ ຄ​ະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສອງ​ຝ່າຍ​ຂັ້ນ​ລັດ​ຖະ​ມົນ​ຕີ​​ການ​ຕ່າງ​ປະ​ເທດ, ກຸ່ມ​ເຮັດ​ວຽກ​ກ່ຽວ​ກັບ ເຫຼົ່າທັບເຮືອ ແລະ ບັນ​ດາກົມ​ໄກ​​ຮ່ວມ​ມື​ສອງ​ຝ່າຍ​ຕ່າງໆ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ຊວນ​ຟູ໋ກ ສະ​ເໜີ ບ​ຣູ​ໄນ ຊຸກ​ຍູ້ ການ​ລົງ​ທຶນ ເຂົ້າ ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ, ປຸງ​ແຕ່ງສະ​ບຽງ​ອາ​ຫານສົ່ງ​ອອກ, ຂຸດຄົ້ນ​ແຮ່​ທາດ​ນ້ຳມັນອາຍແກັສ ແລະ ຂົງ​ເຂດ​ຕ່າງໆ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ສະ​ເໜີ ບ​ຣູ​ໄນ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ ນ້ຳມັນອາຍແກັສ - ບໍ​ລີ​ການນ້ຳມັນອາຍແກັສ, ບັນ​ດາ ສະ​ບຽງ​ອາ​ຫານສຳ​ລັບຊາວ ອິດສະລາມ ​​ແລະ ຜະ​ລິດ​ຕະ​ພັນ​ກະ​ເສດ ຢູ່ ບ​ຣູ​ໄນ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top