• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພົບປະກັບນາຍົກລັດຖະມົນຕີໄທ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງພົບ​ປະ​ກັບ
ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ປ​ຣາ​ຢຸດ ຈັນ​ໂອ​ຈາ
          ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຢູ່ Califonia ແຕ່​ວັນ​ທີ 15-16/2, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ  ​ປ​ຣາ​ຢຸດ ຈັນ​ໂອ​ຈາ ເພື່ອ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມມ​ື​ຢ່າງ​ແຮງ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ເຫັນ​ດີ​ສົມ​ທົບ​ນຳ​ກັນ​ຊີ້​ນຳ​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໄລ​ຍະ 2014-2018 ແລະ ບັນ​ດາ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ຮ່ວມ​ຄັ້ງ​ທີ 3 (7/2015) ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທີ່​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ສະ​ເຫນີ ສອງ​ຝ່າຍ ຄວນ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ແຮງ​ງານ ແລະ ຂໍ້​ຕົກ​ລົງ​ຮັບ​ສະ​ໝັກ​ຄົນ​ງານ​ທີ່​ຫາ​ກໍ​ລົງ​ນາມ​ເມື່ອ​ເດືອນ 7/2015, ມີ​ບັນ​ດາ​ກົນ​ໄກ​ຫນູນ​ຊ່ວຍ​ເພື່ອ​ຊຸກ​ຍູ້​ບັນ​ຫານີ້. ຄຽງ​ຄູ່​ກັນ​ນັ້ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ ຝ່າຍ​ໄທ​ຈົ່ງ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ຫວຽດ​ນາມ ໃນ​ການ​ແກ້​ໄຂ​ບັນ​ຫາ​ຊາວ​ປະ​ມົງ, ເຮືອ​ກຳ​ປັ່ນ​ຕາມ​ຈິດ​ໃຈ​ມະ​ນຸດ​ສະ​ທຳ, ມິດ​ຕະ​ພາບ ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ເຫັນ​ດີ ຍູ້​ແຮງ​ການ​ພົວ​ພັນາ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ ເສດ​ຖະ​ກິດ ການ​ຄ້າ ການ​ລົງ​ທຶນ ແລະ ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຄື: ກາ​ນ​ຮ່ວມ​ມື​ແຮງ​ງານ, ອາ​ຊີ​ບ​ຫາ​ປາ,ກະ​ສິ​ກຳ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ກໍ​ເຫັນ​ດີ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັນ​ຕິ​ພາບ, ຄວ​າມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.
 (​ແຫຼ່ງຄັດ​ຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top