• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ: ວິສາຫະກິດຕ່ຳແຜ່ນຕັດຫຍິບຍາດແຍ່ງກາລະໂອກາດຈາກບັນດາສັນຍາ FTA

      ຕອນບ່າຍວັນທີ 23 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບຂະແໜງຕ່ຳແຜ່ນຕັດຫຍິບ, ເກີບໜັງ ຫວຽດນາມເພື່ອແກ້ໄຂບາງຂໍ້ສະເໜີແນະ ແນໃສ່ສ້າງເງື່ອນໄຂໃຫ້ແກ່ຂະແໜງພັດທະນາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານການເຮັດວຽກ
      ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ ຂະແໜງຕ່ຳແຜ່ນ ຕັດຫຍິບ ຕ້ອງເອົາໃຈໃສ່ຫຼາຍກ່ວາອີກເຖິງຕະຫຼາດພາຍໃນປະເທດ, ຍູ້ແຮງການສ້າງເຄື່ອງໝາຍການຄ້າ ຫວຽດນາມ, ຮ່ວມສຳພັນລະບົບສະໜອງ, ພັດທະນາອຸດສາຫະກຳໜູນຊ່ວຍ. ປ່ຽນແປງໃໝ່, ຍົກສູງປະສິດທິຜົນຂອງການບໍລິຫານວິສາຫະກິດໃນສະພາບການໃໝ່ ແລະ ທິດນຳທີ່ວ່າ: ໄວ ແລະ ຂ້້ຽວຂາດເພື່ອຢຶດຄອງ ແລະ ພັດທະນາ. ພ້ອມທັງ, ເພີ່ມທະວີການຫັນເປັນດີຈີຕອນໃນການຄຸ້ມຄອງ, ເຄື່ອນໄຫວວິສາຫະກິດຕ່ຳແຜ່ນຕັດຫຍິບ, ນຳວິສາຫະກິດຕ່ຳແຜ່ນຕັດຫຍິບສຳຜັດກັບການເຄື່ອນໄຫວລວມຂອງ ຂະແໜງ ແຟຊັ່ນ ໂລກ.
            ດ້ວຍບັນດາສັນຍາການຄ້າເສລີທີ່ໄດ້ເຂົ້າຮ່ວມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ຂະແໜງສືບຕໍ່ຍາດແຍ່ງຢ່າງມີປະສິດທິຜົນ, ນັບທັງບັນດາປັດໄຈໃໝ່ເຊິ່ງສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP) ນຳມາໃຫ້, ເປັນຕົ້ນແມ່ນການພັດທະນາ, ເປີດກ້ວາງໃນຂະແໜງການຜະລິດວັດສະດຸ, ເພີ່ມອັດຕາມູນຄ່າເພີ່ມ. ພ້ອມກັນນັ້ນແມ່ນ ເອົາໃຈໃສ່ເປັນພິເສດເຖິງການ “ເຕີບໂຕຂຽວ” ໃນການພັດທະນາຂະແໜງຕ່ຳແຜ່ນຕັດຫຍິບ, ບໍ່ສົ່ງຜົນສະທ້ອນທາງລົບຕໍ່ສິ່ງແວດລ້ອມ, ສືບຕໍ່ຍົກສູງລະດັບການຫັນເປັນອັດຕະໂນມັດ, ຍົກສູງມູນຄ່າການຜະລິດຂອງຜູ້ອອກແຮງເພື່ອເພີ່ມລາຍຮັບ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top