• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມສົນທະນາກັບກຳມະກອນຈາກບັນດາເຂດອຸດສາຫະກຳເຂດທົ່ງພຽງແມ່ນ້ຳແດງ

ການໂອ້ລົມສົນທະນາລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນຟຸກ ກັບກໍາມະກອນຊາວຜູ້ອອກແຮງງານຈາກບັນດາເຂດ ອຸດສາຫະກຳເຂດທົ່ງພຽງ ແມ່ນ້ຳແດງ 800 ຄົນ ຖືກດຳເນີນໃນຕອນເຊົ້າວັນທີ 20 ພຶດສະພາ, ຢູ່ແຂວງຮ່ານາມຂອງຫວຽດນາມ ດ້ວຍຫົວຂໍ້ວ່າ “ສະມັດຕະພາບສູງກວ່າ, ສະຫວັດດີການສັງຄົມດີກວ່າ”


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມສົນທະນາກັບກຳມະກອນຈາກ
ບັນດາເຂດອຸດສາຫະກຳເຂດທົ່ງພຽງແມ່ນ້ຳແດງ 

(ພາບ: Dan Tri)

ນີ້ແມ່ນເທື່ອທີ 03 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະ, ໂອ້ລົມກັບກຳມະກອນ ແລະພະນັກງານກຳມະບານ. ທີ່ການໂອ້ລົມສົນທະນາ, ກຳມະກອນຊາວຜູ້ອອກແຮງງານ ໄດ້ຍົກອອກບັນດາຄວາມຫຍຸ້ງຍາກຫຼາຍຢ່າງ ທີ່ພວມປະສົບຢູ່ ເຊັ່ນ ເລື່ອງວຽກເຮັດງານທຳ, ເງິນເດືອນ, ລາຄາ, ຊີວິດດ້ານວັດທະນະທຳ, ສະພາບຄວາມປອດໄພ ຫຼັກອະນາໄມໃນການອອກແຮງງານ, ເງື່ອນໄຂການກິນການຢູ່ ຢູ່ບັນດາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ ເມື່ອແກ້ຕອບ ກ່ຽວກັບບັນດາບັນຫາກ່າວມາຂ້າງເທິງນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ຖືວ່າ:

        “ລັດຖະບານໄດ້ມີແຜນນະໂຍບາຍກ່ຽວກັບບັນຫາເຮືອນຢູ່ສັງຄົມ,ເຂດບໍລິການດ້ານວັດທະນະທຳເພື່ອຮັບໃຊ້ໃຫ້ແກ່ກຳມະກອນ. ຄວນສະຫງວນທີ່ດິນ, ລະດົມທຸກແຫຼ່ງກຳລັງ ນັບທັງຂອງກຳມະບານເພື່ອກໍ່ສ້າງເຮືອນຢູ່ສັງຄົມ. ກໍາມະບານຫວຽດນາມໄດ້ມີ 500 ຕື້ດົງ ແລະພວມລໍຖ້ານະຄອນຮ່າໂນ້ຍມອບທີ່ດິນໃຫ້ ເພື່ອກໍ່ສ້າງເຮືອນຢູ່ສັງຄົມ. ແລະ ບັນດາວິສາຫະກິດ ຕ້ອງສືບຕໍ່ປະກອບສ່ວນໃຫ້ສັງຄົມ, ສະຫງວນແຫຼ່ງກຳລັງເໝາະສົມເພື່ອກໍ່ສ້າງເຮືອນຢູ່ໃຫ້ແກ່ກຳມະກອນ, ພິເສດແມ່ນ ຕ້ອງມີລະບົບໂຮງຮຽນລ້ຽງເດັກ ເພື່ອໃຫ້ລູກຫຼານຂອງກຳມະກອນມີບ່ອນຢູ່ ທີ່ບັນລຸມາດຕະຖານທີ່ຈໍາເປັນ”.

        ເນື່ອງໃນໂອກາດນີ້,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບທຶນການສຶກສາ 65 ທຶນໃຫ້ແກ່ກຳມະກອນຊາວຜູ້ອອກແຮງງານເພື່ອລະດົມກຳລັງໃຈ, ສົ່ງເສີມກຳມະກອນສຶກສາຮ່ຳຮຽນ,  ຍົກສູງລະດັບຄວາມຮູ້ ແລະ ມອບເຮືອນ 18 ຫຼັງໃຫ້ກຳມະກອນຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19 ພຶດສະພາ, ໃນການປະຕິບັດງານຢູ່ ຮ່ານາມ, ເພື່ອກະກຽມໃຫ້ການໂອ້ລົມສົນທະນາກັບກຳມະກອນຢູ່ເຂດພາກເໜືອຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງກວດກາຕົວຈິງວຽກງານການກໍ່ສ້າງເຂດບໍລິການປະສົມຮັບໃຊ້ໃຫ້ແກ່ກຳມະກອນຢູ່ເຂດອຸດສາຫະກຳ ດົງວັນ 2.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top