• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ວ່າການແຂວງ Nagasaki, ຍີ່ປຸ່ນ

ທ່ານ Nakamura Norimichi ແລະ ທ່ານ ຫງວຽນ​ຊວນ​ຟຸກ
       ວັນ​ທີ 20/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ Nakamura Norimichi, ຜູ້​ວ່າ​ການ​ແຂວງ Nagasaki, ປະ​ເທດ ຍີ່​ປຸ່ນ, ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດຂອງ​ແຂວງນີ້​​ພວມ​ຢ້ຽມ​ຢາມຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ສະ​ເໜີ​ໃຫ້​ແຂວງ Nagasaki ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ແຂວງກວາງ​ນາມ ແລະ ທ​້ອງ​ຖິ່ນ​ອື່ນໆ​ຂອງ ຫວຽດ​ນາມ, ພິ​ເສດ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ ຍີ່​ປຸ່ນ ມີ​ທ່າ​ແຮງ​ຄື: ການ​ຜະ​ລິດ​ລົດ​ໂອ​ໂຕ, ຕໍ່​ກ່ຳປັ່ນ… ສ່ວນ​ທ່ານ Nakamura Norimichi, ຜູ້​ວ່າ​ການ​ແຂວງ Nagasaki ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 2015, ແຂວງ Nagasaki ໄດ້​ຈັດ​ຕັ້ງ​ຄະ​ນະ​ຜູ້​ແທນ​ເຊິ່ງ​ລວມ​ມີ​ວິ​ສາ​ຫະ​ກິດ 100 ແຫ່ງ​ຂອງ​ແຂວງ​ໄປ​ຍັງ ຫວຽດ​ນາມ. ຈາກນັ້ນ ມາ​ຮອດ​ປະ​ຈຸ​ບັນ, ມີຫຼາຍ​ຄະ​ນະ​ວິ​ສາ​ຫະ​ກິດ​ຂອງ​ແຂວງ​ມາ ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ເຫດ​ການ​ວັດ​ທະ​ນະ​ທ​ຳ… ແຂວງ ມີ​ການ​ພົວ​ພັນ​ແໜ້ນ​ແຟ້ນ​ກັບ​ແຂວງ ກວາງ​ນາມ ແລະ ຄາດ​ວ່າ​ຈະ​ເຊີນ​ຄະ​ນະ​ການ​ນຳ​ແຂວງ ກວາງ​ນາມ ໄປ​ຢ້ຽມ​ຢາມ Nagasaki ໃນ​ປີ 2017.
 (ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top