• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກອງທຶນ Harbinger Capital Partners

       ຕອນບ່າຍວັນທີ 25 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Phil Falcone, ປະທານກອງທຶນ Harbinger Capital Partners, ປະເທດ ອາເມລິກາ. 

ທ່ານ Phil Falcone ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ທ່ານ Phil Falcone ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງເລື່ອງກອງທຶນ Harbinger ລົງທຶນເຂົ້າໃນ ຫວຽດນາມ ແລະ ຈາກສິ່ງດັ່ງກ່າວໄດ້, ສ້າງມີການແຜ່ຂະຫຍາຍ, ຊຸກຍູ້ຫຼາຍບໍລິສັດຂອງ ອາເມລິກາ ລົງທຶນເຂົ້າ ຫວຽດນາມ. ໂດຍຢືນຢັນວ່າ, ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນ ອາເມລິກາ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຈະສືບຕໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ ທີ່ສະເໝີພາບ ແລະ ສະດວກ.
        ສ່ວນທ່ານ Phil Falcone ຢືນຢັນວ່າ: ເລື່ອງປະຕິບັດຖືກຕາມຄຳໝັ້ນສັນຍາໃນການລົງທຶນເຂົ້າ ຫວຽດນາມ ແລະ ຫວັງວ່າ ລັດຖະບານ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ໂຄງການລົງທຶນຂອງກອງທຶນບັນລຸຜົນສຳເລັດ. ໂດຍສະແດງຄວາມເຊື່ອໝັ້ນໃນສະພາບແວດລ້ອມແຫ່ງການລົງທຶນ ຫວຽດນາມ ແລະ ປາດຖະໜາຢາກເປີດກ້ວາງການເຄື່ອນໄຫວຂອງຕົນຢູ່ທີ່ນີ້, ທ່ານກໍ່ໄດ້ຍົກອອກບາງຂ້ໍສະເໜີແນະລະອຽດຕໍ່ທ່ານນາຍົກລັດຖະມົນຕີ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top