
ທີ່ການເຮັດວຽກ, ທ່ານ ນາຍົກລັດຖະມົນຕີ ຝ້າມມິງຈີ້ງ ເນັ້ນໜັກວ່າ ນະໂຍບາຍສັງຄົມຕ້ອງມີບົດບາດສຳຄັນທີ່ສຸດໃນພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ພັກ ແລະ ລັດຫວຽດນາມ ຖືນີ້ແມ່ນເປົ້າໝາຍ ທັງແມ່ນກຳລັງໜູນເພື່ອສ້າງສະຖຽນລະພາບ ແລະ ພັດທະນາປະເທດຊາດແບບຍືນຍົງ.
ທ່ານ ນາຍົກລັດຖະມົນຕີ ຝ້າມມິງຈີ້ງ ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ຄວນສືບຕໍ່ປະຕິບັດບັຍນດາພາລະໜ້າທີ່, ສິດອຳນາດທີ່ໄດ້ຮັບມອບໝາຍ. ໜຶ່ງໃນບັນດາໜ້າທີ່ໃຫຍ່ຂອງຂະແໜງ ແມ່ນຕ້ອງປະຕິບັດທັດສະນະພັດທະນາເສດຖະກິດໄປຄຽງຄູ່ກັບຄວາມກ້າວໜ້າ ແລະ ຍຸຕິທຳທາງສັງຄົມ, ສອດຄ່ອງກັບແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ.
(ແຫຼ່ງຄັດຈາກ VOV)