• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມນຳສານກ່ຽວກັບການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ,ຮ່ວມສຳພັນຢ່າງເລິກເຊິ່ງຂອງຫວຽດນາມມາສະເໜີຢູ່ Davos

ເມື່ອຕອບສຳພາດຕໍ່ສື່ມວນຊົນພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຫວຽດນາມ ສິ້ນສຸດການເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ປະເທດສະວິດ, ໃນລະຫວ່າງວັນທີ 22 – 25 ມັງກອນ ຢ່າງຈົບງາມ.


ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ

(ພາບ: TTXVN)

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ຢືນຢັນວ່າ: ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມ WEF Davos ຄັ້ງນີ້ດ້ວຍສານຢ່າງແຮງ, ສະແດງຄວາມມຸ່ງມາດປາດຖະໜາ ແລະ ຄວາມຕັດສິນໃຈຂອງຫວຽດນາມ ເມື່ອກາຍເປັນ “ປະເທດແຫ່ງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ”, ເຊິ່ງແມ່ນພື້ນຖານເສດຖະກິດຮ່ວມສຳພັນຢ່າງເລິກເຊິ່ງ, ກວ້າງຂວາງກັບເສດຖະກິດທົ່ວໂລກ.

        ທ່ານຮອງລັດຖະມົນຕີ ບຸຍແທງເຊີນ ໃຫ້ຮູ້ວ່າ: ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນໃນກ່ຳປັ່ນປະຕິວັດອຸດສາຫະກຳ 4.0 ແລະ ໂລກາພິວັດ 4.0, ຫວຽດນາມ ປາດຖະໜາແມ່ນຜູ້ນຳໜ້າ, ຕັ້ງໜ້າພ້ອມກັບບັນດາປະເທດສ້າງໂລກມີຄວາມວັດທະນາຖາວອນ. ທ່ານຮອງລັດຖະມົນຕີ ບຸນແທງເຊີນ ຢືນຢັນວ່າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ WEF Davos ແມ່ນການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍຄັ້ງທຳອິດຂອງການນຳພັກ ແລະ ລັດຫວຽດນາມ ໃນປີ 2019. ການເຂົ້າຮ່ວມແມ່ນການສະແດງໃຫ້ເຫັນວິໄສທັດ ແລະ ຄວາມຕັດສິນໃຈຂອງຫວຽດນາມ ໃນການປ່ຽນແປງໃໝ່ ແລະ ເຊື່ອມໂຍງ, ປະກອບສ່ວນຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງຂອງປະເທດຊາດ, ຍາດແຍ່ງການສະໜັບສະໜູນຂອງປະຊາຄົມວິສາຫະກິດສາກົນເພື່ອເປີດກວ້າງການຮ່ວມມື, ລົງທຶນກັບຫວຽດນາມ.

 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top